Members Login
Username 
 
Password 
    Remember Me  
Post Info TOPIC: ເລີ່ມແລ້ວ ເວທີຄວ້າຝັນຂອງຫນຸ່ມສາວລາວ "i-mobile star challenge" 2007


Guru

Status: Offline
Posts: 1451
Date:
ເລີ່ມແລ້ວ ເວທີຄວ້າຝັນຂອງຫນຸ່ມສາວລາວ "i-mobile star challenge" 2007
Permalink   




     ບໍລິສັດ ສາມາດ ໄອ-ໂມບາຍ ຈຳກັດ (ມະຫາຊົນ) ໄດ້ຈັດງານເປີດຕົວໂຄງການ ເວທີຄ້ວາຝັນສູ່ດວງດາວ ຂອງ
ຫນຸ່ມສາວລາວລຸ້ນໃຫມ່ ຫລື "i-mobile Star Challenge" ຂຶ້ນ ໂດຍເປັນກຽດເຂົ້າຮ່ວມທ່ານ ໄຊສະຫວາດ ສິງນາມວົງ
ຫົວຫນ້າກົມສີລະປະກຳ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ເຊິ່ງມີທ່ານ ຈົງດິລົກ ສົມບັດ ກຳມະການຜູ້ອຳນວຍ
ການ ບໍລິສັດ ສາມາດ ໄອ-ໂມບາຍ ຈຳກັດ (ມະຫາຊົນ) ແລະ ທ່ານ ສະຫຍາມ ຣາມະສູດ ປະທານກຳມະການບໍລິຫານບໍລິ
ສັດ ສະຫຍາມ ອິນເຕີເນເຊິນແນວ ຈຳກັດ ເປັນປະທານຈັດງານ ພ້ອມນີ້ກໍ່ມີບັນດາສື່ມວນຊົນ ພະນັກງານອ້ອມຂ້າງ ຄູ
ເຝິກ ຜູ້ເຂົ້າປະກວດ ແລະ ມວນຊົນ ເຂົ້າຮ່ວມ.

               ການຈັດໂຄງການໆປະກວດຄັ້ງນີ້ ເປັນຄັ້ງທຳອິດທີ່ບໍລິສັດຈັດຂຶ້ນ ເພື່ອໃຫ້ເຍົາວະຊົນຊາວຫນຸ່ມລາວ ໄດ້ສະ
ແດງອອກເຖິງຄວາມສາມາດທີ່ແທ້ຈິງ ລວມທັງການໃຊ້ໄຫວພິກ ຄວາມຄິດສ້າງສັນ ແລະ ການພັດທະນາບຸກຄະລິກະພາບ
ທີ່ດີ ສາມາດກ້າວໄປສູ່ການເປັນນາງແບບ ນາຍແບບ ແລະ ສີລະປິນນັກຮ້ອງ ໃນອະນາຄົດ ທັງນີ້ ທາງບໍລິສັດກໍຫວັງວ່າ ຜູ້
ທີ່ໄດ້ຮັບຕຳແຫນ່ງໃນໂຄງການດັ່ງກ່າວ ຈະສາມາດເປັນຕົວຢ່າງທີ່ດີໃຫ້ແກ່ເຍົາວະຊົນຊາວຫນຸ່ມລາວ ການປະກວດໄດ້ເປີດ
ຮັບສະຫມັກມາແຕ່ວັນທີ 1- 1 ມີນາ 2007 ໂດຍມີຜູ້ເຂົ້າມາສະຫມັກກວ່າ 400 ຄົນ ແລະ ໄດ້ຄັດເລືອກເອົາຜູ້ທີ່ມີຄວາມສາ
ມາດ 20 ຄົນຜ່ານເຂົ້າຮອບ ເພື່ອເຂົ້າຮ່ວມກິດຈະກຳ ເປັນຕົ້ນ ການເຝິກຝົນການເຕັ້ນ ການຮ້ອງເພງ ການສະແດງ ການ
ພັດທະນາບຸກຄະລິກະພາບ ແລະ ອື່ນໆ 
ຈາກຄູເຝິກທີ່ມີຊື່ສຽງຈາກປະເທດໄທ.

               ໃນວັນທີ 28 ເມສາ 2007 ຈະເປັນຮອບຮອງຊະນະເລີດແມ່ນຈະຄັດໃຫ້ເຫລືອ 12 ຄົນ ໂດຍຄະນະກຳມະການ
ຈະຕັດສິນຈາກການສະແດງຄວາມສາມາດຂອງຜູ້ເຂົ້າປະກວດທັງ 20 ຄົນ ເຊິ່ງຜູ້ທີ່ເຂົ້າຮອບສຸດທ້າຍ ຈະໄດ້ເຂົ້າຮ່ວມກິດ
ຈະກຳຕ່າງໆຢູ່ຕ່າງແຂວງ ເປັນຕົ້ນ ກິດຈະກຳສົ່ງເສີມການທ່ອງທ່ຽວທີ່ແຂວງຫລວງພະບາງ (ການຕັກບາດເຂົ້າຫນຽວ ຂີ່
ລົດຖີບຊົມເມືອງຫລວງພະບາງ ກັບພິທີກອນ-ນັກສະແດງຊື່ດັງຈາກປະເທດໄທ ຊົມການສະແດງຈາກສີລະປິນລາວ ແລະ
ໄທ) ສ່ວນຮອບສຸດທ້າຍ ແມ່ນຈະຈັດຂຶ້ນໃນວັນທີ 20 ພຶດສະພາ 2007 ທີ່ຫໍວັດທະນະທຳແຫ່ງຊາດລາວ ແລະ ຖ່າຍທອດ
ສົດທາງໂທລະພາບລາວ ພ້ອມທັງມີການສະແດງຈາກສີລະປິນລາວ ແລະ ໄທ ນຳອີກ ຊຶ່ງຜູ້ເຂົ້າປະກວດ ນອກຈາກຈະໄດ້
ຮັບລາງວັນຕ່າງໆ ລວມມູນຄ່າເຖິງ 50 ລ້ານກວ່າກີບ.

ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່ - 23 ເມສາ 2007 09:53 ນ. 

p.S.

You can now vote for your favorite male and female candidates of "i-mobile star challenge" 2007 at this website.

Check the last 20 candidates from this contest at
http://www.slide.com/r/eOCNmmkosz8UJttri1_6Msc_HPmfbk8R?view=large


__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard