Members Login
Username 
 
Password 
    Remember Me  
Post Info TOPIC: Reopen all beer shops along the Mekong in Vientiane !
Anonymous

Date:
Reopen all beer shops along the Mekong in Vientiane !
Permalink   




ບັນດາຮ້ານອາຫານຢູ່ແລບຕາມແຄມແມ່ນ້ຳຂອງໄດ້ກັບມາເປີດໃຫມ່ບໍ່ຕ່າງຫຍັງກັບດອກ ເຫັດພາຍຫລັງເຈົ້າຫນ້າທີ່ນະຄອນຫລວງວຽງຈັນໄດ້ສັ່ງປິດໃນປີ2003,ເນື່ອງຈາກສົງໃສວ່າ ຈະມີການພົວພັນກັບສາມບັນຫາເຊິ່ງເປັນຜົນກະທົບຕໍ່ສັງຄົມຄື:ຈະເປັນບ່ອນສົ່ງເສີມໃຫ້ເດັກ ນອ້ຍຫລິ້ນກິນຟູມເຟືອຍຫລາຍຂຶ້ນ,ຈະສັ່ງຜົນກະທົບໂດຍກົງຕໍ່ສິ່ງແວດລອ້ມເພາະເສດອາ ຫານສ່ວນໃຫຍ່ຈະຖິ້ມລົງນ້ຳແຄມຂອງ ແລະ ກີດກັ້ນຕໍ່ແຜນການກໍ່ສ້າງຂອງໂຄງ ານຕາ ຝັ່ງເຈື່ອນ.

ເຖິງແນວໃດກໍຕາມຈຳນວນໜຶ່ງຂອງປະຊາຊົນ ແລະ ຊາວຄ້າຂາຍທີ່ເຄີຍຢຶດຖື ອາຊີບຄ້າຂາຍຢູ່ລຽບແຄມແມ່ນ້ຳຂອງໄດ້ສະແດງຄວາມບໍ່ພໍໃຈບໍ່ແມ່ນນອ້ຍເພາະເຂົ້າເຈົ້າກຳ ລັງສູນເສຍທຶນຮອນໃນການປຸກສ້າງ ແລະທັງສູນເສຍລາຍໄດ້ອັນມະຫາສານໃນຊິວິດການ ເປັນຢູ່ຂອງເຂົາເຈົ້າຄືວ່າ:ນັບຕັ້ງແຕ່ເຈົ້າໜ້າທີ່ໄດ້ສັ່ງປິດຮ້ານຂອງເຂົາເຈົ້າຜູ້ຄົນຈຳນວນ ເຫລົ່ານີ້ຍັງບໍ່ມີອາຊີບອື່ນມາທົດແທນ ແລະ ຮອງຮັບເຂົາເຈົ້າເທື່ອ,ອີກເຫດຜົນແມ່ນທາງລັດ ຖະບານມີແຜນກໍ່ສ້າງກັນຕາຝັ່ງກັນເຈື່ອນນັ້ນ.ແຕ່ຮອດປີ 2007 ໂຄງການດັ່ງກ່າວຍັງບໍ່ທັນ ມີຄວາມຄືບຫນ້າເທື່ອ.ຂະນະດຽວກັນແຜນການສຳຫລວດອອກແບບໂຄງການກັນຕາຝັ່ງ ເຈື່ອນກຳລັງສຳເລັດທ້າຍປີ 2006 ນີ້ໂດຍການຮ່ວມມືລະຫວ່າງນັກວິຊາການລາວ ແລະ ສ.ເກົາຫລີແຕ່ປະຈຸບັນນີ້ເອກະສານແຜນການສຳຫລວດອອກແບບກຳລັງຖືກສົ່ງໄປຫາລັດ ຖະບານສ.ເກົາຫລີເພື່ອຂໍທຶນມາໃຊ້ຈ່າຍໃນການກໍ່ສ້າງ.

ອີງຕາມການເປີດເຜີຍຂອງທ່ານ ມອງ ບົວປິນ,ຫົວຫນ້າປະສານງານໂຄງການການສຳຫລວດອອກແບບໂຄງການກັນຕາຝັ່ງ ເຈື່ອນໄດ້ເປີດເຜີຍວ່າ:ໂຄງການກັນຕາຝັ່ງເຈື່ອນຈະໃຊ້ງົບປະມານທັງຫມົດ 43 ລ້ານໂດລາ ສະຫະລັດທີ່ມີຄວາມຍາວແຕ່ບ້ານເກົ້າລ້ຽວຫາບ້ານທາດຂາວ.ແຕ່ແຜນດັ່ງກ່າວນີ້ມີຄວາມ ຫລ້າຊ້າຍ້ອນນໍ່ມີເງິນ.ສະນັ້ນພວກເຮົາມີຄວາມຈຳເປັນຕ້ອງຍືມເງິນຈາກລັດຖະບານສ.ເກົາ ຫລີທີ່ມີອັດຕາດອກເບ້ຍຕ່ຳ ຕ່ 0,5 %ເພື່ອນຳມາໃຊ້ເຂົ້າໃນໂຄງການດັ່ງກ່າວນີ້.

From Pasason newspaper


__________________
Anonymous

Date:
Permalink   

ແປວ່າດຽວນີ້ ທາງການພ້ອມແລ້ວທີ່ຈະສົ່ງເສີມໃຫ້ເດັກເສຍ ແມ່ນບໍ່ ຫລືວ່າແນວໃດ ?



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard