Members Login
Username 
 
Password 
    Remember Me  
Post Info TOPIC: Shock...ເດັກຊາຍອາຍຸ 1 ປີປາຍ ຕົກຄຸນ້ຳ ຕາຍຄາທີ່ !
Anonymous

Date:
Shock...ເດັກຊາຍອາຍຸ 1 ປີປາຍ ຕົກຄຸນ້ຳ ຕາຍຄາທີ່ !
Permalink   


   ໃນເວລາປະມານ 14 ໂມງ 50 ນາທີ ຂອງວັນທີ 17 ພຶດສະພາ 2007 ຢູ່ໂຮງຮຽນອະນຸບານ ວຽງສະ ໄຫມ ທີ່ຂຶ້ນກັບບ້ານພະໄຊ ຫນ່ວຍ 06 ເຮືອນເລກທີ 060 ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ໄດ້ມີ ເດັກນ້ອຍຜູ້ຊາຍອາຍຸ 1,6 ປີ ຕົກຄຸນ້ຳຕາຍ. ຕໍ່ບັນຫາດັ່ງກ່າວ ທ່ານ ຮ້ອຍໂທ ບົວທອງ ອິນໄທຍະລາດ, ຫົວຫນ້າ ກອງຄະດີບັນຊາການ ປ.ກ.ສ ເມືອງ ສີສັດຕະນາກ ໄດ້ເປີດເຜີຍຕໍ່ນັກ ຂ່າວ ພວກເຮົາວ່າ: ຫລັງຈາກເກີດ ເຫດການທາງເຈົ້າຫນ້າທີ່ ປ.ກ.ສ ຂອງເມືອງກໍໄດ້ຮີບໄປກວດກາສະ ຖານທີ່ເກີດເຫດ ໂດຍທັນທີ ແລະ ເຫັນວ່າ: ເວລານັ້ນມີ ຄົນລ້ຽງເດັກຢູ່ 2 ຄົນ, ແຕ່ເດັກນ້ອຍຜູ້ຫນຶ່ງ ພັດໄປ ລ້າງເຕົ້ານົມ, ສ່ວນອີກຜູ້ຫນຶ່ງ ແມ່ນ ຮັກສາເດັກນ້ອຍ ແລະ ເດັກນ້ອຍ ຄົນດັ່ງກ່າວ ກໍຍ່າງອອກໄປຫ້ອງນ້ຳເມື່ອໄປເຫັນ ຄຸນ້ຳແລ້ວເລີຍຫລິ້ນນ້ຳຈາກນັ້ນປະມານ 30 ນາທີ ຜູ້ລ້ຽງເດັກ ຈິ່ງພົບເຫັນເດັກ ນ້ອຍແຕ່ກໍເສຍຊີວິດໄປແລ້ວ. ຕໍ່ບັນຫາດັ່ງກ່າວມັນໄດ້ຮຽກຮ້ອງໃຫ້ ຂະແຫນງສຶກສາຂັ້ນຕ່າງໆຄວນຮ່ວມ ກັນຕິດຕາມ, ດູແລ, ອອກຂໍ້ກຳນົດ ແລະ ລົງຕິດຕາມຢ່າງເປັນປະຈຳ ພ້ອມທັງ ກວດກາສະຖານທີ່ ແລະ ບຸກຄົນລ້ຽງ ເດັກໃຫ້ລະອຽດ ຕໍ່ອຳນວຍການ, ຄູ ແລະ ຜູ້ລ້ຽງເດັກກໍຄວນເບິ່ງແຍງກວດ ກາຄັກແນ່ຢ່າລະເຫລີງໃຈ ຫລື ປະ ປ່ອຍເດັກນ້ອຍຢູ່ຕາມລຳພັງໃຈ, ດັ່ງນັ້ນ ໃນປີຜ່ານມາກໍເກີດມີເດັກນ້ອຍຕາຍ ຍ້ອນຕູ້ທັບຢູ່ໂຮງຮຽນແຫ່ງຫນຶ່ງມາແລ້ວ ບັນຫາດັ່ງກ່າວ ມັນໄດ້ເປັນອຸທາຫອນ ສອນໃຫ້ອຳນວຍການ, ຄູ ແລະ ແມ່ລ້ຽງ ເດັກຄວນເອົາໃຈໃສ່ໃຫ້ດີ, ເດັດຂາດຢ່າ ໃຫ້ເດັກຫລິ້ນຢູ່ກັບຄວາມສ່ຽງທີ່ ອາດເກີດອັນຕະລາຍຂຶ້ນໄດ້, ຂໍໃຫ້ຂະ ແຫນງສຶກສາກວດກາສະຖານທີ່ລ້ຽງ ເດັກ-ຝາກເດັກ ເພາະໃນຜ່ານມາມີ ບາງບ່ອນຄື “ຄຸກຂັງເດັກ”.

ຂ່າວຈາກຫນັງສືພິມປະຊາຊົນ

cry



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard