Members Login
Username 
 
Password 
    Remember Me  
Post Info TOPIC: ລົດຊາດກາເຟກາງຂອງລາວແມ່ນເປັນ ຫນຶ່ງດຽວໃນໂລກ ! wow


Guru

Status: Offline
Posts: 1451
Date:
ລົດຊາດກາເຟກາງຂອງລາວແມ່ນເປັນ ຫນຶ່ງດຽວໃນໂລກ ! wow
Permalink   


ຄຸນນະພາບໃໝ່ກາເຟລາວ ກ້າວສູ່ສາກົນ

   ທ່ານ ບຸນລຽບ ຈຸນທະວົງ, ຫົວຫນ້າໂຄງການພັດທະນາກະສິກຳພູພຽງບໍລະເວນ (CADR-PAB) ໃຫ້ຮູ້ວ່າ: ມາຮອດປະຈຸບັນນີ້ ໂຄງການພັດທະນາກະສິກຳພູພຽງບໍລະເວນ ແມ່ນໄດ້ ຍາດໂອກາດ ແລະ ຍູ້ແຮງກ່ຽວກັບການພັດທະນາຄຸນນະພາບກາເຟກາງ ໂດຍການປັບປຸງ ແບບລະບົບປຽກ ພ້ອມໆກັບການປັບປຸງສວນເກົ່າມາຮອດປະຈຸບັນນີ້ ໂຄງການຂອງພວກເຮົາ ແມ່ນໄດ້ສຳເລັດການສ້າງຕັ້ງກຸ່ມຜູ້ຜະລິດກາເຟລາວແລ້ວ 51 ກຸ່ມ ແລະ ໄດ້ປະກອບທຶນສະ ຫນັບສະຫນູນພັດທະນາບ້ານແລ້ວເຖິງ 2.460.839.000 ກີບ ໃນນັ້ນ ກ່ຽວກັບກິດຈະກຳກາ ເຟ ມີເຖິງ 1.672.269.600 ກີບ ຫລື 167.226,9 ໂດລາສະຫະລັດ ແລະ ກ່ຽວກັບກິດຈະ ກຳລ້ຽງສັດມີເຖິງ 788.570.000 ກີບ ຫລື 78.857 ໂດລາສະຫະລັດ ແລະ ໃນອາທິດທີ່ ຜ່ານມານີ້ ທາງໂຄງການກໍໄດ້ສຳເລັດການເປີດຝຶກອົບຮົມນັກກວດສອບ ແລະ ຊີມລົດຊາດ ກາເຟ ເຊິ່ງເປັນເທື່ອທີ 2 ສຳລັບການຝຶກອົບຮົມດັ່ງກ່າວແມ່ນບໍ່ເຄີຍມີມາ ດັ່ງນັ້ນ ຄວາມເຂົ້າ ໃຈກ່ຽວກັບຄຳວ່າກາເຟຄຸນນະພາບຈິ່ງມີຄວາມສັບສົນ, ແຕ່ວ່າພາຍຫລັງ ໄດ້ຮັບການຝຶກອົບ ຮົມນັກສຳມະນາກອນທັງ 22ທ່ານ ທີ່ໄດ້ຮັບການຝຶກອົບຮົມໄປແລ້ວນັ້ນຄາດວ່າຈະເປັນກຳລັງ ແຮງໃຫ້ແກ່ການກວດສອບ ແລະ ຢັ້ງຢືນຄຸນນະພາບກາເຟທີ່ສົ່ງອອກຢ່າງມີປະສິດທິຜົນ. 


Photo: Famous Lao coffee at Bolaven plateau

   ທ່ານ ບຸນລຽບ ຈຸນທະວົງ ຍັງໄດ້ເປີດເຜີຍໃຫ້ຮູ້ອີກວ່າ: ມາຮອດປະຈຸບັນນີ້ ຊ່ຽວຊານອົງ ການCIRAD ແລະ ຊ່ຽວຊານຈາກ FAO ກໍໄດ້ຢັ້ງຢືນ ໂດຍຜ່ານການກວດສອບຈາກຫລາຍ ປະເທດແລ້ວວ່າຄຸນນະພາບ ແລະ ລົດຊາດກາເຟກາງຂອງລາວແມ່ນເປັນ ຫນຶ່ງດຽວໃນໂລກ ເພາະວ່າກາເຟກາງຂອງລາວ ແມ່ນປູກຢູ່ໃນພື້ນທີ່ລະດັບສູງ 1.000 ແມັດຂຶ້ນໄປ ເຊິ່ງບໍ່ມີປະ ເທດໃດປູກໃນເງື່ອນໄຂດັ່ງກ່າວ ສະນັ້ນ ຈິ່ງເປັນໂອກາດຂອງຊາວສວນກາເຟລາວ ທີ່ຈະເພີ່ມ ຄຸນຄ່າມູນຄ່າ ແລະ ຊື່ສຽງຂອງກາເຟກາງຂອງລາວ ໃຫ້ເປັນທີ່ຍອມຮັບຂອງສາກົນ ແລະໃນ ອະນາຄົດຕໍ່ການຜະລິດເປັນເງື່ອນໄຂທີ່ດີ.

   ນອກຈາກນີ້ ໂຄງການຂອງພວກເຮົາຍັງເປັນຜູ້ລິເລີ່ມໃນການສ້າງອົງການກາເຟ (Coffe e Board) ຫລື Conscil National du cafe Lao (CNCL) ເຊິ່ງຄາດວ່າຈະສຳເລັດໃນ ທ້າຍປີນີ້ ພ້ອມໆກັນ ໂຄງການກໍໄດ້ມີການສົມທົບກັບ ໂຄງການຈຳແນກແຫລ່ງກຳເນີດວັດຖຸ ພັນ (PEIG) ເພື່ອພິຈາລະນາໃນການເອົາກາເຟລາວເຂົ້າຈົດທະບຽນ ແລະ ຄຽງຄູ່ກັບວຽກ ງານດັ່ງກ່າວ ໂຄງການຂອງພວກເຮົາຍັງໄດ້ມີແຜນລວບລວມເອົາກຸ່ມຜະລິດ 51 ກຸ່ມ ທີ່ໄດ້ ສ້າງຕັ້ງແລ້ວນັ້ນມາເປັນສະມາຄົມກຸ່ມຜູ້ຜະລິດກາເຟ (AGPC) ເພື່ອເປັນຕົວແທນຂອງຜູ້ຜະ ລິດໃນອົງການກາເຟ.

Source: Pasason


Photo: Lao coffee on exhibition in Chiangmai, Thailand



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Anonymous

Date:
RE: ລົດຊາດກາເຟກາງຂອງລາວແມ່ນເປັນ ຫນຶ່ງດຽວໃນໂລກ ! wow
Permalink   


It could be possible to say that in term of its taste. It doesn't mean the only best one in the world.



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard