Members Login
Username 
 
Password 
    Remember Me  
Post Info TOPIC: ດີໃຈເດ ລາວຈະປູກຫມາກ apple ໄດ້ແລ້ວ !
Anonymous

Date:
ດີໃຈເດ ລາວຈະປູກຫມາກ apple ໄດ້ແລ້ວ !
Permalink   




2 ບໍລິສັດຈະປູກແອບເປິ້ນ ແລະ ສ້າງຕັ້ງໂຮງງານຢູ່ພາກເຫນືອ

   ມື້ວານນີ້ 3ບໍລິສັດເອກະຊົນຈັບມືກັນລົງທຶນສຳປະທານທີ່ດິນໃນເນື້ອທີ່ທັງຫມົດ 175.000 ເຮັກຕາ ໃນແຂວງຫົວພັນ ສປປ ລາວ ເພື່ອປູກຫມາກແອບເປິ້ນ, ພືດລົ້ມລຸກຊະນິດຜະລິດ ເປັນນ້ຳມັນ ແລະ ລວມເຖິງການລົງທຶນຈຳນວນ 10 ລ້ານໂດລາສະຫະລັດ ເພື່ອສ້າງໂຮງ ງານຜະລິດຕະພັນເຂົ້າຄົບວົງຈອນ ເພື່ອສົ່ງອອກຂາຍຕ່າງປະເທດ.

   ການລົງທຶນຮ່ວມກັນຂອງ 3ບໍລິສັດເອກະຊົນນີ້ປະກອບມີ: ບໍລິສັດໂບຣເທີຫູດຄໍປໍເລເຊີນ, ບໍລິສັດ ອາໂກຣ ຈຳກັດ ແຂວງຫົວພັນ ແລະ ບໍລິສັດ ຊັດເຕີລາຍ ແຫ່ງ ສ.ເກົາຫລີ ເຊິ່ງ ເລັ່ງໃສ່ 2 ໂຄງ

   ການຫລັກເຊັ່ນ: ໂຄງການທີຫນຶ່ງແມ່ນປູກຫມາກແອບເປິ້ນ ແລະພືດລົ້ມລຸກທີ່ສາມາດນຳ ເອົາໄປຜະລິດເປັນນ້ຳມັນເຊິ່ງມີເນື້ອທີ່ສຳປະທານທັງຫມົດ 175.000 ເຮັກຕາ, ແຕ່ໃນເນື້ອທີ່ ຈຳນວນເຫລົ່ານີ້ຈະຖືກນຳໃຊ້ກ່ອນປະມານ 265 ເຮັກຕາ ເພື່ອເປັນສູນທົດລອງກ້າເບ້ຍໄມ້ໃນ ເຂດເມືອງຊຳເຫນືອ ແຂວງຫົວພັນ, ໂຄງການທີສອງແມ່ນສ້າງຕັ້ງໂຮງງານຜະລິດຕະພັນເຂົ້າ ຄົບວົງຈອນໂດຍເລັ່ງໃສ່ຈະນຳໃຊ້ເຂົ້າລາວ, ເຂົ້າຈ້າວຍີ່ປຸ່ນ ທີ່ປູກຢູ່ ສປປ ລາວເອງ ເປັນວັດ ຖຸດິນປ້ອນໂຮງງານ ເຊິ່ງສະເລ່ຍປະມານ 900 ໂຕນຕໍ່ເດືອນ.

   ການເຊັນສັນຍາ 3ຝ່າຍໄດ້ມີຂຶ້ນໃນວັນທີ 12 ກໍລະກົດ 2007 ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມໃນການລົງນາມຄັ້ງນີ້ແມ່ນ ທ່ານ ຕົ່ງເຍັຍຢ່າງ ຍົງເຊັ່ງ, ເຈົ້າແຂວງແຂວງ ຫົວພັນ, ທ່ານ ຊ່ອງ ນາມກິມ, ປະທານບໍລິສັດ ຊັດເຕີລາຍ ສ.ເກົາຫລີ ແລະ ເຈົ້າຫນ້າທີ່ ກ່ຽວຂ້ອງ.

   ທ່ານ ຄຳສະຫວ່າງ ມິ່ງບຸບຜາ, ຫົວຫນ້າບໍລິສັດທີ່ປຶກສາເພື່ອການລົງທຶນຂອງ ສປປລາວ ໄດ້ເປີດເຜີຍລະຫວ່າງພິທີເຊັນສັນຍາວ່າ: ກ່ອນຈະຕັດສິນໃຈລົງທຶນນັ້ນທາງບໍລິສັດຂອງພວກ ເຮົາໄດ້ສຶກສາເບິ່ງແລ້ວ ກ່ຽວກັບເນື້ອທີ່ບ່ອນຈະປູກຫມາກໄມ້ ແລະ ສ້າງຕັ້ງໂຮງງານເປັນເວ ລາ 2 ເດືອນກວ່າ ເພື່ອຮັບປະກັນສິດຜົນປະໂຫຍດທັງຂອງບໍລິສັດ ແລະ ປະຊາຊົນຕ້ອງໄປ ພ້ອມກັນ. ທ່ານ ຄຳສະຫວ່າງ ໃຫ້ຂໍ້ສັງເກດບາງຢ່າງວ່າ: ລັກສະນະພິເສດຂອງດິນ ແລະອາ ກາດເຢັນໃນແຂວງຫົວພັນ ເປັນເງື່ອນໄຂສຳຄັນໃນການປູກຫມາກແອບເປິ້ນ ແລະ ລວມເຖິງ ພືດຈຳນວນຫນຶ່ງທີ່ສາມາດໃຫ້ຜົນສູງ.

source: pasaxon social economic newspaper aww



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard