Members Login
Username 
 
Password 
    Remember Me  
Post Info TOPIC: ຫຼາກຫຼາຍປັນຫາ ໃນການເຮັດໃຫ້ ຫລວງພະບາງເປັນສູນກາງ ການສຶກສາໃນພາກເໜືອ


Guru

Status: Offline
Posts: 1451
Date:
ຫຼາກຫຼາຍປັນຫາ ໃນການເຮັດໃຫ້ ຫລວງພະບາງເປັນສູນກາງ ການສຶກສາໃນພາກເໜືອ
Permalink   



Souphanouvong University in Luang Prabang

ຫລວງພະບາງເປັນສູນກາງການສຶກສາໃນພາກເໜືອ

   ແຂວງຫລວງພະບາງ ຖືເປັນຈຸດສູນກາງການສຶກສາ ໃນເຂດພາກເຫນືອຂອງປະເທດລາວ ແຕ່ໃນປະຈຸບັນ ຍັງບໍ່ທັນມີສະຖາບັນການສຶກສາພຽງພໍ ເພື່ອຕອບສະຫນອງຄວາມຕ້ອງການ ຂອງບັນດານັກຮຽນ ແລະ ນັກສຶກສາເທື່ອກ່ຽວກັບເລື່ອງນີ້ ທ່ານ ສາຍສະຫວັນ ຈັນມານິດ, ຫົວຫນ້າຫ້ອງການໆສຶກສາປະຈຳແຂວງ ໄດ້ໃຫ້ຄຳເຫັນວ່າ: “ການສຶກສາພາກລັດພວກເຮົາຢູ່ ທາງແຂວງຫລວງພະບາງ ກໍມີຢູ່ 8 ສະຖາບັນ ແລະ ເອກະຊົນອີກ 5 ສະຖາບັນປານນັ້ນ ກໍ ຍັງບໍ່ພໍ ເພາະນັກຮຽນຈົບໃນແຕ່ລະປີຍັງມີຈຳນວນຫລາຍຫລວງພະບາງຖືວ່າເປັນຈຸດສຸມ ຫລື ຈຸດໃຈກາງທາງດ້ານການສຶກສາໃນບັນດາແຂວງພາກເຫນືອ” ທ່ານ ສາຍສະຫວັນ ໄດ້ໃຫ້ ການຊີ້ແຈງເພີ່ມວ່າ: ສະຖາບັນການສຶກສາແຕ່ຂັ້ນກາງຂຶ້ນໄປທັງພາກລັດ ແລະ ເອກະຊົນ ລວມເປັນ 13ແຫ່ງນັ້ນ ຍັງຖືວ່າບໍ່ພຽງພໍສຳລັບການຕອບສະຫນອງການສຶກສາທັງສາມັນແລະ ວິຊາຊີບຊັ້ນສູງເທື່ອ. ໃນປະຈຸບັນນີ້ ດັ່ງຈະເຫັນໄດ້ຈາກຈຳນວນນັກຮຽນທີ່ມີຫລາຍຫມື່ນຄົນທີ່ ຕ້ອງການເຂົ້າມາຮຽນຢູ່ແຂວງຫລວງພະບາງ.

   ທ່ານ ສາຍສະຫວັນ ໄດ້ໃຫ້ການອະທິບາຍເພີ່ມວ່າ: “ການສຶກສານີ້ ກໍຖືວ່າພວກເຮົາໄດ້ ສົ່ງເສີມໃຫ້ພາກເອກະຊົນ ຫລື ວ່າພາກສ່ວນຕ່າງໆ ໃຫ້ເຂົ້າມາລົງທຶນຫລາຍຂຶ້ນບໍ່ວ່າຈະເປັນ ການສ້າງສູນອົບຮົມວິຊາຊີບ, ສ້າງໂຮງຮຽນພາກເອກະຊົນຕ່າງໆ ລ້ວນແຕ່ສົ່ງເສີມ.

   ຢ່າງໃດກໍຕາມການຂະຫຍາຍ ແລະ ຍົກລະດັບວຽກງານການສຶກສາຢູ່ແຂວງຫລວງພະ ບາງຈະຕ້ອງໄດ້ຍົກລະດັບວິຊາການ ໃຫ້ແກ່ບັນດາຄູ-ອາຈານສອນພາຍໃນແຂວງໃຫ້ທົ່ວເຖິງ ແລະສູງຂຶ້ນ. ເພາະສ່ວນຫລາຍໃນເວລານີ້ຄູຈະຢູ່ໃນລະດັບຊັ້ນກາງ-ຊັ້ນສູງ ເທົ່ານັ້ນສ່ວນລະ ດັບມະຫາວິທະຍາໄລ, ເຫນືອມະຫາວິທະຍາໄລຍັງມີນ້ອຍ.

source: ecom 



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard