Members Login
Username 
 
Password 
    Remember Me  
Post Info TOPIC: Lao airlines will fly from Luang Prabang to Chiang rai and Kounming soon !!!
Anonymous

Date:
Lao airlines will fly from Luang Prabang to Chiang rai and Kounming soon !!!
Permalink   




ລັດວິສາຫະກິດການບິນລາວ ກຳລັງສຶກສາຄວາມເປັນໄປ ໄດ້ທີ່ຈະເພີ່ມຖ້ຽວບິນຈາກຫລວງ ພະບາງ ໄປຍັງແຂວງຊຽງຣາຍ ແລະ ແຂວງຊຽງຮຸ່ງ ຄາດວ່າຈະເປີດບໍລິການໃນລະດູຫນາວ ປີ 2008. ຂະນະດຽວກັນຈະມີການປັບລາຄາພາຍໃນ ແລະ ຕ່າງປະເທດຫລາຍຮູບແບບ. ສ່ວນການປັບລາຄາຄົນຕ່າງປະເທດນັ້ນ ຍັງບໍ່ມີ ຄຳຕອບ. 

   ທ່ານ ລາດາ ສູນທອນ, ຜູ້ຈັດການຝ່າຍການຕະຫລາດລັດວິສາຫະກິດການບິນລາວ ເປີດ ເຜີຍກ່ຽວກັບເລື່ອງນີ້ວ່າ: ປະຈຸບັນ ລັດວິສາຫະກິດການບິນລາວ ກຳລັງສຶກສາຄວາມເປັນໄປ ໄດ້ໃນການເປີດຖ້ຽວບິນລະຫວ່າງຫລວງພະບາງ-ຊຽງຣາຍ ປະເທດໄທ, ຫລວງພະບາງ-ຊຽງ ຮຸ່ງ ແລະ ຫລວງພະບາງ-ຂຸນມິງ ສປ ຈີນ ເຊິ່ງຄາດວ່າຈະເລີ່ມສຳຫລວດຮອດທ້າຍປີ 2007 ຖ້າທຸກຢ່າງກຽມ ພ້ອມຄາດວ່າຈະເປີດຖ້ຽວບິນໃນລະດູຫນາວປີ 2008 ຄືເລີ່ມແຕ່ທ້າຍເດືອນ ຕຸລາເປັນຕົ້ນໄປ ໂດຍຈະເປີດອາທິດລະ 2 ຖ້ຽວ, ຖ້າຫາກມີລູກຄ້າເພີ່ມຂຶ້ນທາງການບິນລາວ ຈິ່ງຈະເພີ່ມຖ້ຽວບິນຕື່ມອີກ. ສ່ວນເລື່ອງລາຄາຖ້ຽວບິນໄປຊຽງຣາຍ, ຊຽງຮຸ່ງ ແລະ ຂຸນມິງນັ້ນ ທາງການບິນລາວຈະແຈ້ງພາຍຫລັງ ໃນທ້າຍປີ 2007 ນີ້.

   ພາຍຫລັງທີ່ລັດຖະບານໄດ້ອະນຸມັດໃຫ້ການບິນລາວ ສັ່ງຊື້ເຮືອບິນ MA 60 ເພີ່ມອີກ 2 ລຳ ໃນປີ 2006 ແລະ ປີ 2007-2008 ອີກ 2 ລຳ ລວມທັງເຮືອບິນ ATR 72 ລວມທັງ ຫມົດ 6 ລຳ ເຊິ່ງພຽງພໍກັບຄວາມຕ້ອງການຂອງນັກທ່ອງທ່ຽວ, ພ້ອມດຽວກັນຍັງເພີ່ມສະມັດ ຖະພາບດ້ານການບໍລິການໄປ-ມາ ລະຫວ່າງແຂວງຕໍ່ແຂວງ ແລະ ອອກສູ່ປະເທດອ້ອມຂ້າງ ໃກ້ຄຽງ, ພ້ອມກັນນີ້ ຍັງໄດ້ຈັດເອົາເຮືອບິນຈຳນວນຫນຶ່ງໄປ ໄວ້ທີ່ຫລວງພະບາງເນື່ອງຈາກ ເມືອງຫລວງພະບາງເປັນເມືອງມໍລະດົກໂລກ ແລະ ເປັນປະຕູທາງອອກເພື່ອເຊື່ອມຕໍ່ປະເທດ ໄທ, ຫວຽດນາມ, ຈີນ ແລະ ກຳປູເຈຍ ແລະ ໄດ້ເພີ່ມຖ້ຽວບິນຂຶ້ນອີກ ເປັນທຸກໆວັນ ໃນເສັ້ນ ທາງຫລວງພະບາງ-ຊຽງໃຫມ່, ຫລວງພະບາງ-ບາງກອກ, ຫລວງພະບາງ - ຮ່າໂນ້ຍ ແລະ ຫລວງພະບາງ- ສຽມຣຽບ.

   ໃນຂະນະດຽວກັນ ທ່ານ ລາດາ ສູນທອນ ຍັງໄດ້ເປີດເຜີຍເຖິງການປ່ຽນແປງຂອງລາຄາ ຫລຸດໂຕນກັນລະຫວ່າງຄົນລາວ ແລະ ຄົນຕ່າງປະເທດ ໂດຍຈະປັບລາຄາພາຍໃນໃນທຸກ ສາຍຖ້ຽວບິນວ່າ: ສຳລັບລາຄາປີ້ເຮືອບິນນັ້ນແມ່ນອີງໃສ່ຕາມກົນໄກຂອງຕະຫລາດ, ສະພາບ ເສດຖະກິດອ້ອມຕົວອີກດ້ານຫນຶ່ງລາຄາພາຍໃນປະເທດ ສຳລັບຄົນລາວຍັງເປັນລາຄານະໂຍ ບາຍເກື້ອກູນ ແລະ ຍັງບໍ່ທັນເຖິງຈຸດກຸ້ມທຶນ.

   ສ່ວນຈະປັບຂຶ້ນ-ລົງ ໃນເວລາໃດນັ້ນ ທາງການບິນລາວ ຍັງບໍ່ສາມາດຕອບໄດ້ເນື່ອງຈາກ ເປັນນະໂຍບາຍພາຍໃນເນື່ອງຈາກປີ 2008 ການບິນລາວຈະປັບລາຄາພາຍໃນປະເທດດ້ວຍ ຫລາຍຮູບແບບ, ຫລາຍລາຄາຄືກັນກັບລາຄາເສັ້ນທາງຕ່າງປະເທດເຊັ່ນ:ຈອງປີ້ກ່ອນຫນຶ່ງອາ ທິດຈະມີລາຄາແຕກຕ່າງກັນກັບການຈອງກ່ອນພາຍໃນ 1-2 ວັນ, ສ່ວນລາຄານັ້ນ ທາງການ ບິນລາວຍັງບໍ່ທັນໄດ້ລາຍງານເທື່ອ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard