Members Login
Username 
 
Password 
    Remember Me  
Post Info TOPIC: ປ້າໃຈດຳຂາຍຫລານຂ້າມຂອງ !
Anonymous

Date:
ປ້າໃຈດຳຂາຍຫລານຂ້າມຂອງ !
Permalink   




ປະຊາຊົນບ້ານຫນອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກໍບໍ່ມີໃຜດອກທີ່ຈະເຂົ້າໃຈວ່າ ນາງ
ຫມ໋ອກ ອາຍຸ 42 ປີ ອາຊີບເຮັດນາ ສົມທົບກັບນາງ ຫມີ ອາຍຸ 32 ປີ ປະຊາຊົນບ້ານດຽວກັນ ຈະເປັນຄົນໃຈດຳອຳມະຫິດ
ຂາຍຮອດຫລານຂອງຕົນໃຫ້ເຖົ້າແກ່ໄທ ທີ່ຮູ້ກໍຕໍ່ເມື່ອນາງ ບັນເທົາ ໄວ 20 ປີ ຕະເຫລີດເປີດຂ້າມຂອງແບບເສື້ອຄາຄີງມາ
ຮ້ອງຟ້ອງເຈົ້າຫນ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຊາວບ້ານຈຶ່ງຮູ້ວ່າ ທັງສອງຄົນຄືຜູ້ສົມຮູ້ຮ່ວມຄິດຂາຍ
ຫລານຂ້າມຂອງ... ຊີວິດຄົນເຮົາບໍ່ແມ່ນຂອງຫຼິ້ນ ບໍ່ແມ່ນຂອງທົດລອງ... ຊີວິດຕາຍແລ້ວເອົາຄືນບໍ່ໄດ້... ໃຈດຳຂາຍຮອດ
ຄົນ ຖືກເຈົ້າຫນ້າທີ່ຕັ້ງຂໍ້ຫາຄ້າໂສເພນີ ກໍສົມເຫດສົມຜົນແລ້ວ.

              ເລື່ອງນີ້ເກີດຂື້ນແຕ່ທ້າຍເດືອນພຶດສະພາ ເມື່ອມີນາງຫມ໋ອກ ເຊິ່ງເປັນເອື້ອຍພໍ່ນ້າຂອງນາງບັນເທົາ ໄດ້ຕົກ
ລົງກັບແມ່ຂອງຜູ້ຖືກເຄາະຮ້າຍ ວ່າຈະຊອກວຽກໃຫ້ຫລານເຮັດຢູ່ຝັ່ງໄທ ເມື່ອສ້າງຄວາມໄວ້ເນື້ອເຊື່ອໃຈແລ້ວ ກໍຕົກລົງໃຫ້
ຜູ້ກ່ຽວແລ່ນເອກະສານຄົບຖ້ວນ (ໃນຕົວຈິງແລ້ວເປັນພຽງເອກະສານຜ່ານດ່ານ) ແລ້ວຜູ້ກ່ຽວພ້ອມກັບນາງຫມີ ກໍໄດ້ພາ
ນາງບັນເທົາ ພ້ອມດ້ວຍນາງ ສີບັງອອນ ອາຍຸ 17 ປີ ເຊິ່ງເປັນເພື່ອນສະຫນິດສະຫນົມຂ້າມໄປພ້ອມດຽວກັນ ພໍໄປເຖິງຝັ່ງ
ໄທ ກໍໄດ້ເຊົ່າໂຮງແຮມ ເຮັງເຮັງນອນເຖິງສອງຄືນ ແຕ່ກໍບໍ່ເຫັນເຖົ້າແກ່ມາຮັບເອົາ ຈຶ່ງໄດ້ພາກັນຂ້າມກັບມາ ແລ້ວມາເຊົ່າ
ເຮືອນພັກຢູ່ເຂດເມືອງຫາດຊາຍຟອງ ນອນອີກຫນຶ່ງຄືນ ຕື່ນເຊົ້າມາຈຶ່ງມີເຖົ້າແກ່ໂທໃຫ້ເອົາໄປສົ່ງ ທັງສີ່ຄົນໄດ້ພາກັນໄປ
ໂດຍແມ່ນນາງຫມີ ແລະ ນາງຫມ໋ອກ ເອົາຜູ້ຍິງທັງສອງມອບໃຫ້ເຖົ້າແກ່ເປັນທີ່ຮຽບຮ້ອຍ ຕາມຄຳໃຫ້ການຂອງນາງທັງ
ສອງວ່າ ໄດ້ເງິນພຽງ 1.000 ບາດ (ພັນບາດ) ເທົ່ານັ້ນ ແລ້ວກໍມາປັນກັນ ສອງວັນຕໍ່ມາ ນາງບັນເທົາ ໄດ້ກັບຄືນມາລາວ
ແລ້ວເຂົ້າຮ້ອງຟ້ອງຕໍ່ເຈົ້າຫນ້າທີ່ວ່າ ການທີ່ປ້າບອກໃນເບື້ອງຕົ້ນວ່າໄປເຮັດວຽກ ແມ່ນບໍ່ຄືກັບຄວາມຈິງ ຖືກແທ້ກໍແມ່ນ
ແມ່ປ້າເອົາໄປຂາຍໃຫ້ເຖົ້າແກ່ບ້າກາມ.

              ວັນທີ 29/6/07 ເຈົ້າຫນ້າທີ່ເມືອງດັ່ງກ່າວຈຶ່ງໄດ້ກັກຕົວພວກກ່ຽວທັງສອງ ຕາມຄຳຮ້ອງຟ້ອງຂອງຜູ້ຖືກເຄາະ
ຮ້າຍ ສ່ວນນາງສີບັງອອນ ນາງບັນເທົາ ໃຫ້ການວ່າ ຖືກເຖົ້າແກ່ສົ່ງລົງພາກໃຕ້ທາງໃດກໍບໍ່ຮູ້.

              ວັນທີ 13/7/07 ນັກຂ່າວພວກເຮົາໄດ້ລົງເກັບກຳຂໍ້ມູນຈາກກອງບັນຊາການ ປກສ ເມືອງດັ່ງກ່າວ ກໍພໍດີພົບ
ຫນ້າພໍ້ຕາຂອງແມ່ນາງສີບັງອອນ ຄື ນາງ ຄຳເຜີງ ບ້ານຊຽງຄວນ ເມືອງຫາດຊາຍຟອງ ກຳລັງຮ້ອງຂໍຄວາມຊ່ວຍເຫລືອ
ທາງເຈົ້າຫນ້າທີ່ໄດ້ປະສານສົມທົບທາງພາກສ່ວນທີ່ກ່ຽວຂ້ອງ ເພື່ອຢາກໄດ້ລູກສາວກັບຄືນມາ ເພາະເບື້ອງຕົ້ນ ນາງ ຄຳ
ເຜີງ ກໍຮູ້ແຕ່ວ່າ ລູກສາວຂອງຕົນໄປເຮັດວຽກຢູ່ໂຮງງານ ບາດຮູ້ທີ່ຫຼັງກໍສຸດທີ່ກິນແຫນງແຄງໃຈ.

              ຊີວິດຂອງຜູ້ຍິງຖືກຫລອກກໍມັກເປັນແບບນີ້ລະ ກໍຍ້ອນວ່າຄົນລຶ້ງເຄີຍ ບ້ານໃກ້ເຮືອນຄຽງ ພີ່ໆນ້ອງໆ ໝູ່ກອງ
ເພື່ອນຝູງ ໄປມາແລ້ວໄດ້ເງິນດີກໍຄິດຢາກຫນີຕາມຜູ້ບໍ່ຮູ້ເທົ່າເຖິງການ ພໍ່ແມ່ຫວັງແຕ່ໄດ້ ບໍ່ສົນໃຈນຳໂຊກຊະຕາກຳຂອງຜູ້
ເປັນລູກ ເມື່ອຕົກທຸກໄດ້ຍາກກໍໄດ້ແຕ່ໂອ້ອ່າວທ່າວຫາ ການດີ້ນລົນຊອກຢູ່ຫາກິນມັນແມ່ນຈິດວິນຍານຂອງຄົນທີ່ຍັງມີລົມ
ຫາຍໃຈເພື່ອສືບຕໍ່ຫາລ້ຽງປາກລ້ຽງທ້ອງ ແຕ່ການຊອກການໄປຄວນເບິ່ງໃຫ້ຄັກ ໃຫ້ລະມັດລະວັງເພື່ອຫລົບຫລີກຈາກການ
ຕົກເປັນເຫຍື່ອຂອງການຄ້າມະນຸດ.

Source: vientianemai

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard