Members Login
Username 
 
Password 
    Remember Me  
Post Info TOPIC: ເຊື່ອຫຼືບໍ່ In next 20 years, Bokeo province will become like this...
Anonymous

Date:
ເຊື່ອຫຼືບໍ່ In next 20 years, Bokeo province will become like this...
Permalink   




ລາວ ກຳລັງຈະມີສູນພັດທະນາເສດຖະກິດ ແລະ ແຫລ່ງທ່ອງທ່ຽວຄົບວົງຈອນອາຊຽນ 3 ຫລ່ຽມເສດຖະກິດ (3 ຫລ່ຽມທອງຄຳ). ຄາດວ່າອີກ 20 ປີ ຂ້າງຫນ້າຈະສຳເລັດການກໍ່ສ້າງ ດ້ວຍເງິນລົງທຶນ 86.600.000 ໂດລາສະຫະລັດ ຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ.

   ພາຍຫລັງໄດ້ຮັບການສຳຫລວດ ໂຄງການພັດທະນາເສດຖະກິດ ແຫລ່ງທ່ອງທ່ຽວຄົບວົງ ຈອນອາຊຽນສາມຫລ່ຽມເສດຖະກິດ ໃນປີ 2005 ແລະໄດ້ເຊັນສັນຍາໃນວັນທີ 26 ເດືອນເມ ສາຜ່ານມາ ໂດຍມີກຸ່ມບໍລິສັດດອກງິ້ວຄຳດຳເນີນການກໍ່ສ້າງ. ເຊິ່ງກຸ່ມບໍລິສັດດັ່ງກ່າວໄດ້ເລີ່ມ ລົງມືກໍ່ສ້າງຕັ້ງແຕ່ເດືອນ ມິຖຸນາ ເປັນຕົ້ນມາ.

   ອີງຕາມການເປີດເຜີຍຂອງທ່ານ ແສງເພັດ ຈາງ, ຫົວຫນ້າກຸ່ມບໍລິສັດ ດອກງິ້ວຄຳສຳນັກ ງານວຽງຈັນ ໄດ້ເປີດເຜີຍເຖິງເລື່ອງນີ້ວ່າ: ບໍລິສັດດັ່ງກ່າວ ລົງທຶນທັງຫມົດ 86.600.000ໂດ ລາສະຫະລັດ ໃນການກໍ່ສ້າງຮ້ານອາຫານ,ຖະຫນົນຫົນທາງ, ໂຮງຫມໍ,ສະຫນາມກ໊ອຟ, ໂຮງ ງານອຸດສາຫະກຳ, ໂຮງງານແປຮູບ,ເຂດປູກພືດສິນຄ້າ, ສູນກາງການສຶກສາ,ການຕະຫລາດ, ໂຮງແຮມ, ຮ້ານບັນເທີງ, ທີ່ພັກອາໄສ, ຮ້ານກິນດື່ມ, ປະກັນໄພ ແລະ ການບໍລິການ ທະນາ ຄານດ້ານການເງິນ,ໂທລະຄົມ, ກັນເຈື່ອນ ລວມເຖິງແຫລ່ງທ່ອງທ່ຽວ ພັດທະນາພື້ນຖານໂຄງ ລ່າງເສດຖະກິດ ແລະ ອື່ນໆອີກ ໃນເນື້ອທີ່ທັງຫມົດ 827 ເຮັກຕາ. ໂດຍບໍລິສັດດັ່ງກ່າວ ຈະ ພັດທະນາໂຄງການເປັນເວລາ 50 ປີ ແລະ ເມື່ອຫມົດອາຍຸຈະຕໍ່ສັນຍາອີກ 25 ປີ.

   ໂຄງການດັ່ງກ່າວ ຈະກໍ່ສ້າງເປັນ 3 ໄລຍະຄື: ໄລຍະທີຫນຶ່ງຈະກໍ່ສ້າງພື້ນຖານໂຄງລ່າງ ຮ້ານກິນດື່ມ, ໂຮງແຮມ, ສະຖານທີ່ບັນເທີງ, ຕຶກຄາຊີໂນ ໂຄງການທີ່ດອນຊາວ ແລະ ກັນ ເຈື່ອນຕາມແມ່ນ້ຳຂອງໂດຍຈະໃຊ້ທຶນໃນການກໍ່ສ້າງທັງຫມົດ 48 ລ້ານກວ່າໂດລາສະຫະລັດ ຈະໃຊ້ເວລາ 5ປີໃນການກໍ່ສ້າງ, ສຳລັບໄລຍະ 2 ນັ້ນຈະໄດ້ສ້າງເສັ້ນທາງພາມໃນໂຄງການ, ໂຄງການສຶກສາ ແລະ ສາທາລະນະສຸກ, ຕຶກການຄ້າສາກົນ, ສະຫນາມກ໊ອຟ ໂດຍຈະໃຊ້ ທຶນທັງຫມົດ 19 ລ້ານກວ່າໂດລາສະຫະລັດ. ສຳລັບໄລຍະສຸດທ້າຍນັ້ນ ຈະໄດ້ສ້າງເຂດການ ປຸງແຕ່ງທາງຫັດຖະກຳ ແລະ ອຸດສາຫະກຳເບົາ, ເຂດການປຸງແຕ່ງທາງດ້ານຫັດຖະກຳ ແລະ ການຜະລິດຢາ, ການປູກຝັງ-ລ້ຽງສັດ ແລະ ໂຄງການພັດທະນາເຄຫາສະຖານ ໂດຍຈະໃຊ້ ທຶນທັງຫມົດ 19 ລ້ານໂດລາສະຫະລັດ.

   ຄາດວ່າໂຄງການດັ່ງກ່າວ ຈະໃຫ້ສຳເລັດພາຍໃນ 20 ປີຂ້າງຫນ້າ ທ່ານ ແສງເພັດ ຈາງ ຍັງເປີດເຜີຍອີກວ່າ: ຖ້າຫາກໂຄງການດັ່ງກ່າວ ສຳເລັດຈະສ້າງວຽກເຮັດງານທຳໃຫ້ປະຊາຊົນ ໃນເຂດພື້ນທີ່ເປັນຈຳນວນຫລາຍພັນຄົນ ພ້ອມກັນນັ້ນ ຍັງຈະໄດ້ເປັນເຂດສູນການຄ້າ ແລະ ແຫລ່ງທ່ອງທ່ຽວທີ່ໃຫຍ່ທີ່ສຸດໃນຂົງເຂດ 3ຫລ່ຽມເສດຖະກິດລະຫວ່າງ ລາວ, ຈີນ, ໄທ ແລະ ມຽນມາ.

Source: ecom



__________________
Anonymous

Date:
Permalink   

ຟັງແຜນການຖືວ່າໃຫຍ່ 50ປີ ພໍປານອັງກິດເຊົ່າເກາະຮ່ອງກົງ ເປັນຫຍັງບໍ່ເອົາແຜນຊຸມປີສຸດທ້າຍມາເຮັດກ່ອນ ແລ້ວແຜນຊຸມປີທຳອິດໄປເຮັດບາດສຸດທ້າຍ ຖ້າຕັ້ງໃຈສ້າງງາຍໃຫ້ຊຸມຊົນໃນເຂດນັ້ນ ບໍ່ແມ່ນມາຫວັງຊັບພະຍາກອນແຖວນັ້ນບໍ ຫລັງຫມົດຊັບພະຍາກອນແລ້ວກໍ່ຂາຍກິດຈະການຕໍ່confused



__________________


Guru

Status: Offline
Posts: 1451
Date:
Permalink   

ແລ້ວອີກ 20 ຂ້າງຫນ້າ ນະຄອນຫຼວງວຽງຈັນຈະມີໂສມຫນ້າເປັນແນວໃດ ນໍ ?

__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Anonymous

Date:
Permalink   

It will become a stronghold of the chinese influence in laos in which no one , I repeat - NO ONE - will be able to
mess with them and will eventually look and feel like another province of china south of yunnan.
Don't need to be a rocket scientist to figure this out.

__________________
Anonymous

Date:
Permalink   

Wow, it is really good project for our country, especially for Bokeo people. If this kind of projects is in every province of Laos, our people life would be improved definitely soon. " No matter of colour of a cat, as long as the cat can help catch a mouse we always welcome"(TSP)   

__________________
Anonymous

Date:
Permalink   

i visited south china few years ago, many big buildings, hotels....
but the real life of most people in that province even much worse
than laos. there are so many poor people.
we should be proud to be lao in real laos.


__________________
Anonymous

Date:
Permalink   

We, the Lao people never afraid of influence from another nations, as you know many big nations around Laos, but we can preserve our traditional and cultures in the Lao way. Laos is not lonely, he is the member of Asean.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard