Members Login
Username 
 
Password 
    Remember Me  
Post Info TOPIC: ນ້ຳຫມາກພ້າວ ຄືນໍ້າວິເສດ ສໍາຫຼັບສຸຂະພາບ ຂອງທ່່ານ !


Guru

Status: Offline
Posts: 1451
Date:
ນ້ຳຫມາກພ້າວ ຄືນໍ້າວິເສດ ສໍາຫຼັບສຸຂະພາບ ຂອງທ່່ານ !
Permalink   




ນ້ຳຫມາກພ້າວເປັນນ້ຳຫມາກ ໄມ້ທີ່ດີທີ່ສຸດຊະນິດຫນຶ່ງເພາະມີແຮ່ທາດທີ່ຮ່າງກາຍຕ້ອງການ ຄົບຖ້ວນ ມີໄຂມັນທີ່ເປັນປະໂຫຍດຕໍ່ຮ່າງກາຍ ເຊິ່ງຮ່າງກາຍສາມາດດູດຊຶມໄປໃຊ້ປະໂຫຍດ ໄດ້ພາຍໃນ 5 ນາທີ ແລະ ຍັງເປັນປະໂຫຍດໃນການລ້າງສານພິດອອກຈາກຮ່າງກາຍ.

   ຍ້ອນຕົ້ນຫມາກພ້າວມີລຳຕົ້ນສູງ ນ້ຳຕ້ອງຜ່ານການກັ່ນຕອງຕາມຊັ້ນຕ່າງໆ ຂອງລຳຕົ້ນ ຫມາກພ້າວກວ່າຈະຮອດຫນ່ວຍຫມາກພ້າວທີ່ປາຍພ້າວສະນັ້ນ ນ້ຳຫມາກພ້າວທີ່ໄດ້ມາຈິ່ງບໍລິ ສຸດຫລາກຫລາຍໄປດ້ວຍແຄວຊຽມ, ແມັກນີຊຽມ, ຟອດຟໍຣັດ ໂປຣແຕດຊຽມ ແລະອື່ນໆຄົບ ສ່ວນຫລາຍຖືກັນວ່າ: ນ້ຳຫມາກພ້າວເປັນຢາບຳລຸງກຳລັງ, ບຳລຸງເສັ້ນເອັນ, ສ່ວນຄົນຈີນເຊື່ອ ວ່າ ນ້ຳຫມາກພ້າວມີສັບພະຄຸນການປິ່ນປົວແບບກາງໆຄືວ່າບໍ່ຮຸນແຮງ ແລະ ບໍ່ອ່ອນແອຕໍ່ພະ ຍາດສຳລັບຄົນເຈັບ ທ້ອງຂີ້ຮາກໃນເວລາດຽວກັນໃຫ້ດື່ມ ແຕ່ນ້ຳຫມາກພ້າວຢ່າກິນແນວອື່ນ ເພາະຮ່າງກາຍຈະດູດຊຶມນ້ຳຕານ ( ກຣູໂກດ ) ໄປໃຊ້ໃນເວລາທີ່ໄວທີ່ສຸດ; ສ່ວນຜູ້ຍິງທີ່ຫາ ກໍເກີດລູກໃຫມ່ ຖ້າບໍ່ມີນ້ຳນົມພຽງພໍ ໃຫ້ລູກກິນສາມາດເອົານ້ຳຫມາກພ້າວປ ະສົມນ້ຳນົມແມ່ ໄດ້ ເພາະມີຄວາມບໍລິສຸດກວ່ານົມຜົງ ຫລື ນົມງົວ ນອກນັ້ນ ຍັງບໍ່ມີສານເຄມີເຈືອປົນຢູ່ນຳທີ່ ຈະເຮັດໃຫ້ເປັນອັນຕະລາຍຕໍ່ຮ່າງກາຍຂອງເດັກນ້ອຍ. ນ້ຳຫມາກພ້າວ ເຮົາສາມາດດື່ມໄດ້ທຸກ ມື້ທຸກເພດທຸກໄວເພາະເປັນເຄື່ອງດື່ມຈາກທຳມະຊາດ ນອກຈາກຈະມີຜົນປະໂຫຍດແລ້ວ ຍັງ ເຮັດໃຫ້ຮ່າງກາຍສົດຊື່ນ ບໍ່ເປັນອັນຕະລາຍຄືນ້ຳອັດລົມຢ່າງໃດກໍຕາມ ຄົນເປັນພະຍາດກ່ຽວ ກັບຫມາກໄຂ່ຫລັງ ແລະ ເບົາຫວານບໍ່ຄວນດື່ມນ້ຳຫມາກພ້າວ.

   ນ້ຳຫມາກພ້າວຖ້າຜ່າເປັນຫນ່ວຍຄວນຮີບດື່ມເລີຍບໍ່ຄວນປະໄວ້ດົນ. ຄວນຊື້ເປັນແຊງມາ ໄວ້ ເມື່ອຕ້ອງການດື່ມກໍສາມາດດື່ມໄດ້ໂດຍກົງ.

Source: ecom
photo: flickr


__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Anonymous

Date:
RE: ນ້ຳຫມາກພ້າວ ຄືນໍ້າວິເສດ ສໍາຫຼັບສຸຂະພາບ ຂອງທ່່ານ !
Permalink   


This photo is more appropriate to post, because it does not expose the little
boy's genital...



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard