Members Login
Username 
 
Password 
    Remember Me  
Post Info TOPIC: many countries admire Luang Pra Bang no smking!
Anonymous

Date:
many countries admire Luang Pra Bang no smking!
Permalink   


ຫລາຍປະເທດ ຊົມເຊີຍຫລວງພະບາງ ປະຕິບັດໂຄງການປອດຄວັນຢາສູບ
ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່ - 10 ຕຸລາ 2007 13:07 ນ. 
picture.php?topic=vtm_khao_vao_sou&id=153
              ຫວ່າງທ້າຍເດືອນກັນຍາ 2007 ທີ່ຜ່ານມາ ທ່ານນາງ ບັງອອນ ລິດທິພັກດີ ຫົວຫນ້າອຳນວຍການອົງການສະ
ຫະພັນຄວບຄຸມຢາສູບຂອງພາກພື້ນອາຊີຕາເວັນອອກສຽງໃຕ້ (SEATCA) ໄດ້ຕາງຫນ້າໃຫ້ແກ່ຜູ້ແທນທີ່ມາຮ່ວມກອງປະ
ຊຸມວຽກງານຄວບຄຸມຢາສູບຢູ່ພາກພື້ນຈາກ 9 ປະເທດ ຄື: ສປປ ລາວ ໄທ ຫວຽດນາມ ມາເລເຊຍ ອິນໂດເນເຊຍ ກຳປູເຈຍ
ຟີລິບປິນ ອິນເດຍ ແລະ ອົດສະຕຣາລີ ຢູ່ທີ່ແຂວງຫຼວງພະບາງ ໄດ້ຂຽນຈົດຫມາຍຊົມເຊີຍເຖິງທ່ານ ບຸນເຮືອງ ດວງພະຈັນ
ເຈົ້າແຂວງແຂວງຫລວງພະບາງ ເຊິ່ງມີເນື້ອໃນຂຽນວ່າ:
              ພວກເຮົາຂຽນຈົດໝາຍເຖິງທ່ານ ເພື່ອສະແດງເຖິງຄວາມຮູ້ສຶກວ່າ ພວກເຮົາມີຄວາມສົນໃຈ ແລະ ໄດ້ຕິດຕາມ
ຄວາມຄືບຫນ້າຂອງໂຄງການຫລວງພະບາງ ປອດຄວັນຢາສູບ ເຊິ່ງເລີ່ມຕົ້ນມາແຕ່ເດືອນພຶດສະພາຂອງປີນີ້.
              ພວກເຮົາແມ່ນກຸ່ມນັກວິທະຍາສາດ ແລະ ບຸກຄະລາກອນສາທາລະນະສຸກທີ່ມາຈາກປະເທດໄທ ກຳປູເຈຍ
ອິນໂດເນເຊຍ ຟີລິບປິນ ມາເລເຊຍ ຫວຽດນາມ ອິນເດຍ ແລະ ອົດສະຕຣາລີ ທີ່ໄດ້ມາປະຊຸມກັບເພື່ອນຮ່ວມງານຈາກ
ສປປ ລາວ ໃນເມືອງຫຼວງພະບາງ ແຫ່ງນີ້ ໃນເວລາໜຶ່ງອາທິດທີ່ປະຊຸມຢູ່ທີ່ນີ້ ພວກເຮົາໄດ້ມີໂອກາດໄປທ່ຽວຊົມເບິ່ງຄວາມ
ສວຍສົດງົດງາມຂອງເມືອງຫຼວງພະບາງ ແລະ ຕະຫຼອດໄລຍະເວລາດຳເນີນກອງປະຊຸມ ແມ່ນໄດ້ສົນທະນາປຶກສາຫາລື
ກ່ຽວກັບບັນຫາໄພທີ່ຂົ່ມຂູ່ຕໍ່ສຸຂະພາບ ແລະ ເສດຖະກິດຂອງບັນດາປະເທດອາຊຽນຈາກການຊົມໃຊ້ຢາສູບ ໃນຂະນະທີ່
ພວກເຮົາພັກເຊົາຢູ່ທີ່ນີ້ ເພື່ອຮ່ວມກອງປະຊຸມຄັ້ງນີ້ ພວກເຮົາກໍຍັງໄດ້ມີໂອກາດຊື່ນຊົມກ່ຽວກັບການຮັບຕ້ອນຢ່າງອົບອຸ່ນ
ແລະ ພົບກັບສິ່ງທີ່ມະຫັດສະຈັນທີ່ຊາວເມືອງຫຼວງພະບາງ ຕ້ອນຮັບບັນດາແຂກທັງຫມົດທີ່ມາຢ້ຽມຢາມ.
              ຕະຫຼອດໄລຍະເວລາຫນຶ່ງອາທິດ ພວກເຮົາໄດ້ມີໂອກາດໄປຕິດຕາມ ແລະ ສັງເກດການຈັດຕັ້ງປະຕິບັດຂໍ້ຕົກລົງ
ວ່າດ້ວຍຫຼວງພະບາງ ປອດຄວັນຢາສູບ ໃນນັ້ນ ພວກເຮົາໄດ້ໄປຢ້ຽມຢາມເຮືອນພັກ 20 ແຫ່ງ ແລະ ຮ້ານອາຫານ 20 ແຫ່ງ
ເພື່ອປະເມີນເຖິງການປະຕິບັດຂໍ້ຕົກລົງດັ່ງກ່າວແນວໃດແດ່.
              ກ່ອນອື່ນຫມົດ ພວກເຮົາຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງທ່ານ ໃນຜົນສຳເລັດຂອງການສ້າງຂໍ້ຕົກລົງ
ດັ່ງກ່າວ ແລະ ຈັດຕັ້ງປະຕິບັດໄດ້ຮັບໝາກຜົນເປັນທີ່ຫນ້າພໍໃຈ ຈາກການສັງເກດຂອງພວກເຮົາເປັນທີ່ຈະແຈ້ງວ່າ ບັນດາ
ຮ້ານອາຫານ ໂຮງແຮມ ແລະ ເຮືອນພັກ ສ່ວນໃຫຍ່ບໍ່ອະນຸຍາດໃຫ້ສູບຢາທີ່ຂ້າງໃນຂອງສະຖານທີ່ຂອງພວກເຂົາ ເຈົ້າຂອງ
ທຸລະກິດຫຼາຍໆທ່ານໄດ້ບອກພວກເຮົາໃຫ້ຮູ້ວ່າ: ເຂົາເຈົ້າພ້ອມດ້ວຍລູກຄ້າ ມີຄວາມຍິນດີໃນຂໍ້ກຳນົດສິ່ງແວດລ້ອມປອດ
ຄວັນຢາສູບ ແຕ່ແນວໃດກໍຕາມ ປະມານຫນຶ່ງສ່ວນສາມຂອງຮ້ານອາຫານ ແລະ ຫນຶ່ງສ່ວນຫ້າຂອງເຮືອນພັກ ຍັງບໍ່ທັນໄດ້
ຈັດຕັ້ງປະຕິບັດຂໍ້ຕົກລົງຢ່າງເຕັມສ່ວນ ແລະ ເບິ່ງຄືວ່າຍັງມີການສັບສົນກ່ຽວກັບຄວາມຊັດເຈນຂອງຂໍ້ຕົກລົງດັ່ງກ່າວ.
              ຈາກບົດຮຽນໃນການປະຕິບັດຂໍ້ກຳນົດຜ່ານມາ ແມ່ນບໍ່ມີຄວາມຈຳເປັນທີ່ຈະຕ້ອງມີການຕິດຕາມທັນທີ່ທັນໃດ
ພາຍໃນໄລຍະເວລາສອງເດືອນ ເຖິງຢ່າງໃດກໍຕາມ ເຈົ້າຂອງທຸລະກິດແມ່ນມີຄວາມເຂົ້າໃຈເປັນຢ່າງດີ ໃນການສ້າງໃຫ້
ເຮືອນພັກ ໂຮງແຮມ ຮ້ານອາຫານຕົວເອງ ປອດຄວັນຢາສູບ ເມື່ອຂໍ້ກຳນົດນັ້ນໄດ້ຮັບການເຊັນຮັບຮອງຈາກຂັ້ນນຳ ເຂົາ
ເຈົ້າຈະເຂົ້າໃຈຢ່າງເລິກເຊິ່ງເຖິງຜົນດີຕໍ່ທຸລະກິດຕົນເອງ ສຸຂະພາບຂອງລູກຄ້າ ລວມໄປເຖິງພະນັກງານຂອງເຂົາເຈົ້າ.
              ພວກເຮົາສະແດງຄວາມຊົມເຊີຍເມືອງຫຼວງພະບາງ ທີ່ໄດ້ເອົາໃຈໃສ່ປົກປ້ອງສຸຂະພາບຂອງປະຊາຊົນຂອງຕົນ
ແລະ ສຸຂະພາບຂອງແຂກທີ່ມາຢ້ຽມຢາມ ດ້ວຍການສ້າງໃຫ້ສິ່ງແວດລ້ອມປອດຄວັນຢາສູບ 100% ຫລັງຈາກພວກເຮົາກັບ
ຄືນເຖິງປະເທດພວກເຮົາແລ້ວ ຈະໂຄສະນາກ່ຽວກັບເມືອງຫຼວງພະບາງ ປອດຄວັນຢາສູບ ພາຍໃນປະເທດຂອງພວກເຮົາ
ແລະ ຊຸກຍູ້ໃຫ້ປະຊາຊົນມາທ່ຽວຊົມ ແລະ ສັງເກດຕີລາຄາດ້ວຍຕາຂອງພວກເຂົາເອງ ພວກເຮົາຍັງຈະຮຽກຮ້ອງໄປຍັງອົງ
ການຢູແນັດສະໂກ (UNESCO) ໃຫ້ເອົາແບບຢ່າງທີ່ດີເລີດຂອງພວກທ່ານ ໄປຊຸກຍູ້ໃຫ້ສະຖານທີ່ມໍລະດົກໂລກທັງຫມົດໃນ
ທົ່ວໂລກຈັດຕັ້ງເປັນເຂດປອດຄວັນຢາສູບ ແລະ ພວກເຮົາຫວັງວ່າຈະໄດ້ມາຢ້ຽມຢາມອີກໃນຄັ້ງຕໍ່ໄປ.
http://www.vientianemai.net/show_khao.php?topic=vtm_khao_vao_sou&id=153
 


__________________
Anonymous

Date:
Permalink   

ຍ້ອງເອົາຫນ້າເອົາຕາກັນຊື່ໆດອກ ທີ່ຈິງ ຈະຫ້າມບໍ່ໃຫ້ສູບຢາ ໃນທີ່ຫ່ວງຫ້າມຕ່າງໆ
ຕ້ອງໃຊ້ກ້ອງວົງຈອນປິດ ຕິດຕັ້ງທົ່ວຕົວເມືອງ
ຖ້ານັກທ່ອງທ່ຽວຄົນໃດ ຝ່າຝືນ ແມ່ນຈະຕ້ອງຖືກປັບໄໝໂລດ aww


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard