Members Login
Username 
 
Password 
    Remember Me  
Post Info TOPIC: ໄດ້ແລ້ວ Miss Thida Nava 2007 in Pakse !!! (photos)
Anonymous

Date:
ໄດ້ແລ້ວ Miss Thida Nava 2007 in Pakse !!! (photos)
Permalink   




ການປະກວດທິດານາວາປີ 2007 ຂອງເມືອງປາກເຊຖືວ່າເປັນງານທີ່ຍິ່ງໃຫຍ່ ເພາະວ່າປີນີ້ອຳນາດການປົກຄອງແຂວງ ໄດ້ຍົກລະດັບ ຂອງງານບຸນປະວໍລະນາອອກພັນສາ ແລະ ຊ່ວງເຮືອເປັນງານລະດັບ ແຂວງ ແລະ ໄດ້ຈັດ ໃຫ້ມີຫລາຍກິດຈະກຳດຶງດູດນັກທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ, ຫນື່ງໃນກິດຈະກຳດັ່ງກ່າວກໍ່ແມ່ນການປະກວດທິດານາວາ ດັ່ງນັ້ນ ຈື່ງບໍ່ເປັນເລື່ອງແປກທີ່ງານປະກວດທິດານາວາຄືນນັ້ນ ຄັບຄາຫນາແຫນ້ນໄປດ້ວຍມວນຊົນ ແລະ ແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ໃນເມື່ອຜົນປະກວດອອກມາບໍ່ດີຈື່ງຫລີກບໍ່ມົ້ມກົ້ມບໍ່ວິດ ສຽງວີພາກວີຈານ ຂອງມົນຊົນໄປຕ່າງໆນາໆ ຊຶ່ງຜູ້ທີ່ຮັບເຕັມໆກໍ່ຄົງເປັນຄະນະກຳມະການໃຫ້ຄະແນນນັ້ນເອງ.
ຖ້າຜູ້ໃດຕິດຕາມການປະກວດທິດານາວາໃນຄືນວັນທີ 25 ຕຸລາ2007 ທີ່ເດີ່ນສູນການຄ້າຈຳປາສັກ ຄົງຈະເຫັນວ່າຕະຫລອດງານນັບແຕ່ຕົ້ນຈົນເຖິງບັ້ນກ່ອນປະກາດຊື່ທິດານາວາແມ່ນເຮັດໄດ້ດີ ເພາະໃນງານນອກຈາກໄດ້ຊົມການສະແດງອອກ ຂອງບັນດາສາວງາມທີ່ເຂົ້າປະກວດແລ້ວຍັງໄດ້ຊົມການເດີນແບບເຄື່ອງນຸ່ງທີ່ເກີດ ຈາກຄວາມຄິດການອອກແບບ ຂອງຄົນລາວ, ນອກນັ້ນການປະກວດປີນີ້ຍັງມີລາງວັນຂັວນໃຈຊ່າງພາບ ແລະ ລາງວັນຂວັນໃຈມະຫາຊົນຕື່ມອີກເປັນສີສັນ ຂອງງານເຮັດໃຫ້ຜູ້ຊົມຕ່າງກໍ່ມີລຸ້ນຂັວນໃຈ ຂອງຕົນເອງຕະຫລອດ. ເວົ້າແລ້ວ 2 ຄົນສຸດທ້າຍທີ່ຈະໄດ້ເປັນຜູ້ຊະນະເລີດ ແລະ ຮອງຊະນະເລີດຖ້າໃຫ້ເລືອກກໍ່ຄົງຢູ່ໃນທຳນອງທີ່ວ່າ:”ຮັກເອື້ອຍເສຍດາຍນ້ອງ” ດັ່ງນັ້ນ ພໍແຕ່ພິທີກອນປະກາດຊື່ນາງສາວເບີ 1 ໄດ້ເປັນທີດານາວາ ແລະ ໃຫ້ນັ່ງຕັ່ງ ແລ້ວປະກາດຕໍ່ອີກວ່າ ຂໍໂທດທີ່ປະກາດຜິດ ທິດານາວາ 2007 ແມ່ນ ນາງສາວເບີ 3. ພຽງເທົ່ານັ້ນງານນີ້ຈຶ່ງເສົ້າຫມອງ ເປັນຄືເລື່ອງເຮັດຫລິ້ນໃນສາຍຕາ ຂອງຜູ້ຊົມທັນທີ ເພາະໃນສາຍຕາ ແລະ ຫາງສຽງ ຂອງມວນຊົນສ່ວນຫລາຍແລ້ວຈະໃຫ້ໃຜເປັນທິດານາວາກໍ່ຄົງໄດ້.

ງານນີ້ຜູ້ທີ່ຮັບເຂົ້າຢ່າງເຕັມໆ ບັນດາຄຳພິພາກວິຈານອັນ ບໍ່ເປັນຢາກຟັງ ວ່າມີເດັກເອົາເຈ້ຍນ້ອຍມາໃຫ້ ວິທີກອນອີກ ຫລັງປະກາດແລ້ວ ຫລາຍຫາງສຽງເວົ້າວ່າກຳມະການໃຫ້ຄະແນນຖືກຊື້ຈ້າງ, ຫລາຍຫາງສຽງບອກວ່າເປັນຫ່ວງປີຫນ້າຊິບໍ່ມີຜູ້ຢາກເຂົ້າຮ່ວມນຳ ເພາະເຮັດແນວນີ້ຄ້າຍຄືເຮັດຫິ້ຼນ ເປັນຕາຫນ້າລະອາຍໃຈຕໍ່ແຂກຕ່າງໄກໄທຕ່າງບ້ານ ທີ່ເຂົ້າມາຊົມ, ຫລາຍຄົນບອກວ່າເຫັນໃຈນາງສາວເບີ1 ຖ້າເປັນຂ້ອຍຖ້າບໍ່ຮ້ອງໄຫ້ ນ້ຳຕາກໍ່ຄົງໄຫລອອກມາເອງ. . . ຕໍ່ບັນຫານີ້ນັກຂ່າວກໍ່ໄດ້ຖາມເຖິງຜິດພາດດັ່ງກ່າວ ຊຶ່ງທາງຄະນະກຳມະການໃຫ້ຄະແນນກໍ່ບອກວ່າ ທາງກຳມະການໃຫ້ຄະແນນກໍ່ບອກວ່າ ບໍ່ໄດ້ບວກຄະແນນຜິດ ຫລື ຂຽນບໍ່ຈະແຈ້ງ ພວກເຮົາໄດ້ເຮັດລະອຽດ ຊັດເຈນ ນາງສາວເບີ 3 ໄດ້ຄະແນນເປັນອັນດັບ 1, ການປະກາດຊື່ ທິດານາວາຜິດແມ່ນເປັນນຳພິທີກອນເວທີ. . . ເລື່ອງນີ້ພິທີກອນເວທີກໍ່ຍອມຮັບວ່າປະກາດຜິດ ຊື່ງຄວາມຜິດ ດັ່ງກ່າວເກີດຂື້ນຍ້ອນບໍ່ເຂົ້າໃຈກັນ ໃນເວລາພິທີກອນຊາຍ ແລະ ຍິງ...

ຜູ້ອະວຸໂສທ່ານຫນຶ່ງທີ່ກິ້ງເກືອກລີເລືອກັບວົງການນີ້ໄດ້ໃຫ້ທັດສະນະວ່າ: ບໍ່ພໍໃຈກັບການປະກາດຜົນໃນຄືນນັ້ນ ເພາະນອກຈາກຈະເຮັດໃຫ້ເວທີນີ້ ຂາດຄວາມເຊື່ອຫມັ້ນ ຈາກມວນຊົນແລ້ວ, ຍັງເປັນພາບພົດທີ່ບໍ່ຈົບງາມ ແລະບໍ່ຄວນຈະໃຫ້ເກີດຂຶ້ນໃນງານລະດັບນີ້. ພ້ອມນີ້ເພີ່ນຍັງເວົ້າອີກວ່າ ຖ້າເຮົາ ມີວິທີການແກ້ໄຂ ທີ່ດີກວ່ານັ້ນຄົງຈະດີ…

ແນ່ນອນວ່າວິທີແກ້ໄຂແບບ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ” ເປັນວິທີດີທີ່ສຸດ. ແຕ່ແນວໃດກໍ່ຕາມ, ຄະນະກຳມະການ ໃຫ້ຄະແນນກໍ່ຕ້ອງໄດ້ຢືນຢູ່ບົນພື້ນຖານຄວາມຖືກຕ້ອງໃນກົດກະຕິກາທີ່ໄດ້ໃຫ້ຄະແນນແລ້ວ ບໍ່ໃຫ້ມີເຈ້ຍໃບທີ 2, ສະນັ້ນບັນຫາທີ່ເກີດຂື້ນ ຊຶ່ງຂັດຕາຄາໃຈ ຂອງມວນຊົນ ຕະຫລອດທຸກຫົນທຸກແຫ່ງ ຈຶ່ງເປັນເລື່ອງ ທີ່ຫລີກລ່ຽງບໍ່ໄດ້. ເລື່ອງນີ້ທຸກຄົນກໍ່ຄົງໄດ້ແຕ່ຫວັງວ່າຄວາມຜິດພາດໃນປີນີ້ຄົງຈະບໍ່ເກີດຂຶ້ນອີກໃນປີຕໍ່ໆໄປ.





From http://missnava2007.blogspot.com/

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard