Members Login
Username 
 
Password 
    Remember Me  
Post Info TOPIC: ເຜີຍໂສມ New Champasak Oriental Hotel by Thai investor (Photo)
Anonymous

Date:
ເຜີຍໂສມ New Champasak Oriental Hotel by Thai investor (Photo)
Permalink   




Cost for Champasak Oriental hotel rise up to 12.500.000 $

The construction project of Champasak Oriental Hotel in Phonthong district, Champasak province, kicked of in the end of 2006 and now 30% of the construction has been completed. According to the schedule, this hotel set to 
be finished 75% by the end of 2007. However, the construction faced a lot of difficulties due to the place for the construction located on the rocky platueu, causing a lot of design to be changed, which added up more to the cost of the construction to 12.500.000 $. The rainy season delayed the construction of this hotel for many months.

Mr. Somsak Keosouriya, representative of Lao Jakao resor, hotel and tourism reported that the budject for the construction came from foreign investment (Thailand) and this hotel will be opened to the public by the middle of 2008.

This hotel comprises of 4 main buildings. Each building is a 3-stored building consists of 112 rooms. Each building has a conventional hall which can accommodate more than 2,000 people.

More info...


ໂຮງແຮມ ຈຳປາສັກໂອລຽນໂທຣ ມູນຄ່າການກໍ່ສ້າງເພີ່ມຂຶ້ນເປັນ 12.500.000 ໂດລາ

ໂຄງການກໍ່ສ້າງໂຮງແຮມ ໂອລຽນໂທຣ ພູສ່າເຫລົ້າ ເມືອງໂພນທອງແຂວງຈຳປາສັກ ໄດ້ ເລີ່ມທຳການກໍ່ສ້າງມາແຕ່ທ້າຍປີ 2006. ມາຮອດປະຈຸບັນໄດ້ສຳເລັດແລ້ວ 30% ຂອງໂຄງ ການທັງຫມົດ, ໄດ້ກໍ່ສ້າງໂຄງສ້າງຕົວອາຄານສຳເລັດ 75% ຕາມແຜນເບື້ອງຕົ້ນ ໃຫ້ສຳເລັດ ໃນທ້າຍປີ 2007 ແຕ່ລົງມືປະຕິບັດການກໍ່ສ້າງພັດພົບຄວາມຫຍຸ້ງຍາກ ເພາະບໍລິເວນການກໍ່ ສ້າງເປັນພະລານຫີນຂະຫນາດໃຫຍ່ ຈຳເປັນຕ້ອງໄດ້ປັບປ່ຽນແນວປຸກສ້າງໃຫ້ກວ້າງໃຫຍ່ກວ່າ ເກົ່າ, ເປັນຕົ້ນແມ່ນວັດຖຸ, ແຮງງານມີຈຳນວນເພີ່ມຂຶ້ນ. ອີກຢ່າງຫນຶ່ງໃນລະຫວ່າງເດືອນກໍລະ ກົດຫາເດືອນຕຸລາ ເປັນໄລຍະລະດູຝົນເຮັດວຽກບໍ່ໄດ້, ຈຳເປັນຕ້ອງໄດ້ຢຸດການກໍ່ສ້າງ ໄລຍະ ຫນຶ່ງຈິ່ງພາໃຫ້ວຽກງານຊັກຊ້າ, ມູນຄ່າການກໍ່ສ້າງເພີ່ມຂຶ້ນເຖິງ 12 ລ້ານ 5 ແສນໂດລາສະ ຫະລັດ.

   ທ່ານ ສົມສັກ ແກ້ວສຸລິຍາ, ຜູ້ຕາງຫນ້າບໍລິສັດລາວຈາກົວ ຣີສອດ ໂຮງແຮມ ແລະການ ທ່ອງທ່ຽວຈຳກັດ ລາຍງານໃຫ້ຮູ້ວ່າ: ບໍລິສັດລາວຈາກົວດຳເນີນ ການກໍ່ສ້າງມາແຕ່ທ້າຍປີ 20 06 ແຫລ່ງທຶນທີ່ໃຊ້ເຂົ້າໃນການກໍ່ສ້າງໂຮງແຮມນີ້ ເປັນການລົງທຶນຂອງຕ່າງປະເທດ 100% (ປະເທດໄທ) ມູນຄ່າການກໍ່ສ້າງຕາມຄາດຄະເນ ເບື້ອງຕົ້ນ 5.000.000 ໂດລາສະຫະລັດໃຫ້ ສຳເລັດ,ແຕ່ເມື່ອລົງມືປະຕິບັດຕົວຈິງພົບກັບຄວາມຫຍຸ້ງຍາກຈິ່ງເຮັດໃຫ້ມູນຄ່າການກໍ່ສ້າງເພີ່ມ ຂຶ້ນເຖິງ 12.500.000 ໂດລາສະຫະລັດ ແຕ່ເຖິງຢ່າງໃດກໍຕາມທາງບໍລິສັດ ຈະສູ້ຊົນການກໍ່ ສ້າງໃຫ້ສຳເລັດ ແລະຈະເປີດໃຫ້ບໍລິການໃນລະຫວ່າງກາງ ປີ 2008. ໂຮງແຮມດັ່ງກ່າວ ປະ ກອບມີອາຄານໂຮງແຮມ 4 ຫລັງ,ແຕ່ລະຫລັງປະກອບມີ 3 ຊັ້ນ, ມີ 112 ຫ້ອງນອນ, ມີສູນ ກາງປະຊຸມທຸກລະດັບ 1 ຫລັງສາມາດຮອງຮັບໄດ້ 2.000 ຄົນ, ລວມທັງຫມົດເປັນ 5 ຫລັງ ກວມເອົາເນື້ອທີ່ທັງຫມົດ 20,39 ເຮັກຕາ. ໂຄງການກໍ່ສ້າງໂຮງແຮມນີ້ ທາງບໍລິສັດມີຈຸດປະ ສົງ ເພື່ອເປີດບໍລິການຕ້ອນຮັບແຂກລະດັບສູງ, ທັງພາຍໃນ ແລະ ຕ່າງປະເທດທັງເປັນບ່ອນ ພັກຜ່ອນຂອງແຂກ ແລະ ນັກທ່ອງທ່ຽວໃນທົ່ວໂລກ ພ້ອມທັງບໍລິການຫ້ອງປະຊຸມ ໃນທຸກລະ ດັບ.

   ທ່ານ ສົມສັກ ແກ້ວສຸລິຍາ ໃຫ້ຮູ້ຕື່ມອີກວ່າ: ແຜນການຕໍ່ຫນ້າທາງໂຮງແຮມ ຈະມີລະບົບ ການຈັດຕັ້ງຄົບຊຸດ, ມີລະບຽບການດຳເນີນງານ ເພື່ອເຄື່ອນໄຫວຕາມພາລະຫນ້າທີ່ ຂອງໃຜ ລາວໃນການຄຸ້ມຄອງ ແລະ ປະຕິບັດແຜນການດຳເນີນງານ ຂອງໂຮງແຮມແຕ່ລະໄລຍະເປັນ ຕົ້ນມີຄະນະບໍລິຫານງານຂອງໂຮງແຮມ, ມີພະນັກງານໂຮງແຮມ, ມີພະນັກງານຫ້ອງອາຫານ, ມີພະນັກງານປ້ອງກັນເວນຍາມ, ຈາກນັ້ນ ຜົນປະໂຫຍດທີ່ປະຊາຊົນຈະໄດ້ຮັບພາຍຫລັງເປີດ ບໍລິການເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ໂດຍສະເພາະ ປະຊາ ຊົນເຂດເມືອງໂພນທອງມີວຽກເຮັດທີ່ຫມັ້ນຄົງ, ສົ່ງເສີມໃຫ້ປະຊາຊົນໄດ້ຂາຍຜົນຜະລິດຕ່າງໆ ໃຫ້ແກ່ໂຮງແຮມໃນແຕ່ລະວັນໃຫ້ມີລາຍໄດ້ເພີ່ມຕື່ມ, ອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ ທຳມາຄ້າຂາຍດີຂຶ້ນ ກວ່າເກົ່າທັງ ຈະໄດ້ມອບພັນທະກ້ອນໃຫຍ່ ເພື່ອເປັນລາຍຮັບເຂົ້າງົບປະ ມານຂອງລັດຕາມລະບຽບການ.

Ref. Ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard