Members Login
Username 
 
Password 
    Remember Me  
Post Info TOPIC: The maximum of 20 million kips for those who want to travel abroad !
Anonymous

Date:
The maximum of 20 million kips for those who want to travel abroad !
Permalink   




ຜູ້ວ່າການທະນາຄານແຫ່ງ ສປປ ລາວ ອອກບົດແນະນຳເພີ່ມເຕີມກ່ຽວກັບການເຄື່ອນໄຫວ ແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແມ່ນອະນຸຍາດຂາຍເງິນຕາ ໃຫ້ຜູ້ທີ່ຕ້ອງການເດີນ ທາງໄປຕ່າງປະເທດບໍ່ໃຫ້ເກີນ 20 ລ້ານກີບຕໍ່ວັນ. ຂະນະທີ່ນັກ ທ່ອງທ່ຽວທີ່ຂາຍເງິນຕ່າງປະ ເທດຊື້ເປັນເງິນກີບໄປແລ້ວ ແມ່ນບໍ່ສາມາດແລກປ່ຽນຄືນໄດ້ຍົກເວັ້ນໄດ້ຮັບອະນຸຍາດຈາກທະ ນາຄານແຫ່ງ ສປປ ລາວ.

   ອີງຕາມການເປີດເຜີຍຂອງ ທ່ານ ພູເພັດ ຄຳພູນວົງ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເປີດເຜີຍວ່າ: ທະນາຄານແຫ່ງ ສປປ ລາວ ໄດ້ອອກບົດແນະນຳເພີ່ມເຕີມກ່ຽວກັບການ ເຄື່ອນໄຫວ ຂອງຫນ່ວຍແລກປ່ຽນເງິນຕາຂອງ ທະນາຄານທຸລະກິດ ໂດຍອີງຕາມລັດຖະບັນ ຍັດວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າສະບັບເລກທີ 01/ສປປ ລາວ, ດຳລັດ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບສະບັບເລກ ທີ 150/ນຍ, ລວມເຖິງບົດແນະນຳການເຄື່ອນໄຫວຂອງຫນ່ວຍແລກປ່ຽນເງິນຕາ ຂອງທະນາ ຄານທຸລະກິດ ສະບັບເລກທີ 03/ ທຫຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການແລກປ່ຽນ ເງິນຕາຂອງຜູ້ເດີນທາງອອກຕ່າງປະເທດ ດັ່ງນັ້ນ ຜູ້ວ່າການທະນາຄານແຫ່ງສປປ ລາວ ຈິ່ງ ໄດ້ອອກບົດແນະນຳດັ່ງກ່າວ ໂດຍອະນຸຍາດ ໃຫ້ຫນ່ວຍແລກປ່ຽນເງິນຕາ ຂອງທະນາຄານທຸ ລະກິດປະຈຳດ່ານສາກົນຂາຍເງິນຕາຕ່າງປະເທດ ໃຫ້ຜູ້ທີ່ເດີນທາງໄປຕ່າງປະເທດ ບໍ່ໃຫ້ເກີນ 20ລ້ານກີບຕໍ່ວັນ ໂດຍກຳນົດໃຫ້ຜູ້ທີ່ເດີນທາງດ້ວຍເຮືອບິນໃຫ້ປະກອບເອກະສານຫນັງສືຜ່ານ ແດນ ແລະ ບັດຂຶ້ນເຮືອບິນທີ່ລົງວັນທີກົງກັບວັນທີ່ຕ້ອງການຊື້ເງິນຕາຕ່າງປະເທດ ມາຢັ້ງຢືນ. ໃນກໍລະນີ ເດີນທາງໂດຍທາງລົດ ຫລື ທາງເຮືອໃຫ້ນຳເອົາຫນັງສືຜ່ານແດນ, ບັດຜ່ານແດນ ຫລືປຶ້ມຜ່ານແດນທີ່ມີກາຈ້ຳອອກລົງວັນທີ່ກົງກັບມື້ທີ່ຕ້ອງການຊື້ເງິນຕາຕ່າງປະເທດມາຢັ້ງຢືນ, ສ່ວນ ໃນກໍລະນີນັກທ່ອງທ່ຽວຕ່າງປະເທດ ທີ່ໄດ້ຂາຍເງິນຕາຕ່າງປະເທດ ໃຫ້ຮ້ານແລກປ່ຽນ ເງິນຕາ ຫລື ຫນ່ວຍແລກປ່ຽນເງິນຕາ ຂອງທະນາຄານທຸລະກິດທີ່ ໄດ້ເງິນກີບຈາກການຂາຍ ເງິນຕາຕ່າງປະເທດ ຈະບໍ່ສາມາດແລກປ່ຽນເງິນຕາ ຕ່າງປະເທດຄືນຕາມ ຈຳນວນເງິນທີ່ຍັງ ເຫລືອ.

   ທ່ານ ພູເພັດ ຄຳພູນວົງ ຍັງກ່າວອີກວ່າ: ສຳລັບຫນ່ວຍແລກປ່ຽນເງິນຕາຂອງຫນ່ວຍທະ ນາຄານ ແຫ່ງອື່ນໆ ໃຫ້ປະຕິບັດຕາມບົດແນະນຳ ກ່ຽວກັບການເຄື່ອນໄຫວຂອງຫນ່ວຍແລກ ປ່ຽນ ເງິນຕາຂອງທະນາຄານທຸລະກິດ, ພ້ອມລະບຸຍົກເວັ້ນໃນກໍລະນີໄດ້ຮັບອະນຸຍາດຈາກທະ ນາຄານແຫ່ງ ສປປ ລາວ. ຂະນະດຽວກັນຕ້ອງລາຍງານການຊື້-ຂາຍ ເງິນຕາໃຫ້ທະນາຄານ ທຸລະກິດສຳນັກງານໃຫຍ່ໃນທຸກວັນ ເພື່ອຈະໄດ້ສັງລວມໃຫ້ກົມນະໂຍບາຍເງິນຕາຂອງທະນາ ຄານແຫ່ງ ສປປ ລາວ.

Ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard