Members Login
Username 
 
Password 
    Remember Me  
Post Info TOPIC: Lao youth and the Valentine's day
Anonymous

Date:
Lao youth and the Valentine's day
Permalink   




ຊາວຫນຸ່ມລາວເຮົາໃນຍຸກສະໄຫມໃຫມ່ນີ້ ແມ່ນມັກນິຍົມຖືກັນຕາມວັນສາກົນ ແລະກໍຈັດສະ ເຫລີມສະຫລອງກັນຂຶ້ນ ເປັນຕົ້ນວັນເກີດ, ວັນທີ 14 ກຸມພາ ວັນແຫ່ງຄວາມຮັກ ໄປຕາມຂະ ບວນການຂອງວັດທະນະທຳຕາເວັນຕົກ. ສະເພາະວັນແຫ່ງຄວາມຮັກນີ້ກໍບໍ່ແມ່ນວັດທະນະທຳ ບ້ານເຮົາເລີຍ ແຕ່ກໍແນ່ນອນຢູ່ແລ້ວວ່າຄົນໃນສັງຄົມມີການພົວພັນກັນບັນຫາວັດທະນະທຳ ກໍ ມີອັນເກາະຕິດໄປນຳ. ສະນັ້ນ ທັດສະນະມະຫາຊົນມື້ນີ້ ຈິ່ງມີຄວາມເຫັນ ຕໍ່ຊາວຫນຸ່ມລາວບັນ ດາຄູ່ບ່າວສາວ ຈົ່ງສະຫລອງວັນແຫ່ງຄວາມຮັກໃຫ້ຢູ່ໃນຂອບເຂດຂອງວັດທະນະທຳບ້ານເຮົາ ເທົ່ານັ້ນ.

   ຕາມການໃຫ້ຂໍ້ຄິດຂອງຫລາຍຄົນແມ່ນຈະອອກໃນທຳນອງທີ່ວ່າ ຄູ່ບ່າວສາວທີ່ຮັກມັກກັນ ທັງຫລາຍມັກ ຈະຖືເອົາວັນທີ 14 ກຸມພານີ້ ເປັນວັນມອບຄວາມຮັກໃຫ້ແກ່ກັນ ແລະຍັງຊວນ ກັນໄປດື່ມເຫລົ້າດື່ມເບຍ ແລະ ບ່ອນອື່ນໆ ທີ່ຂ້ອນຂ້າງຈະໄປທາງຕາເວັນຕົກຫລາຍຈິ່ງຢາກ ໃຫ້ຫນຸ່ມສາວທັງຫລາຍຫວນຄືນມາຄິດ ເຖິງວັດທະນະທຳ ຮີດຄອງໃນບ້ານເຮົາແດ່ ແລ້ວສະ ຫລອງກັນໃຫ້ພໍ ເຫມາະມັນມີຄວາມຈິງ ຢູ່ວ່າເປັນວັນແຫ່ງຄວາມຮັກເຮົາ ຄວນໃຫ້ຄວາມຮັກຕໍ່ ກັນຢູ່ແລ້ວ ແຕ່ຖ້າເຮົາ ສະຫລອງກັນເກີນຂອບເຂດຜົນທີ່ຈະຕາມມາກໍຄືຕົວເຮົາເອງ ແລະສັງ ຄົມເຊັ່ນວ່າ: ດື່ມເຫລົ້າເມົາ ແລ້ວເກີດອຸບັດເຫດ, ມີຜູ້ສາວຊ້ອນທ້າຍລົດ ແລ້ວຢາກຊີງລົດໄວ ເພື່ອຄວາມສະຫນຸກສະຫນານມ່ວນຊື່ນ ພາໃຫ້ຜູ້ອື່ນເປັນຫ່ວງ ແລະລຳຄານ. ດັ່ງທີ່ ນາງ ຈິ່ງ ບ້ານທົ່ງຂັນຄຳເຫນືອເມືອງຈັນທະບູລີ ນະຄອນຫລວງວຽງຈັນ ບອກວ່າ: ໃນຄວາມຮູ້ສຶກສ່ວນ ຕົວແລ້ວການທີ່ຄູ່ບ່າວສາວຖືວັນນັ້ນເປັນສຳຄັນກໍດີຢູ່ ແຕ່ຢາກແນະນຳກ່ຽວກັບການມອບຂອງ ຂວັນບໍ່ຄວນຈຳແນກວ່າຕ້ອງເປັນຄົນຮັກຂອງຕົນພຽງຢ່າງດຽວ ອາດຈະມອບໃຫ້ຫມູ່ເພື່ອນ ພໍ່ ແມ່ກໍມີຄວາມຫມາຍສຳຄັນບໍ່ຫນ້ອຍກວ່າຄົນຮັກພໍເທົ່າໃດອີກຢ່າງຫນຶ່ງຕາມທີ່ເຫັນຄູ່ບ່າວສາວ ມັກນິຍົມກັນຊື້ມອບໃຫ້ກັນນີ້ ມີແຕ່ດອກກຸຫລາບ ຖ້າໃຫ້ໄປບໍ່ເທົ່າໃດມື້ ກໍຫ່ຽວແຫ້ງບໍ່ມີຄວາມ ຫມາຍຫຍັງ ດີແທ້ບໍ່ຄວນເລືອກແບບ ນັ້ນຫນ້າຈະປ່ຽນມາເປັນການມອບເສື້ອ, ຜ້າບ່ຽງ, ຂອງ ທີ່ລະນຶກເຄື່ອງແກະສະຫລັກຕ່າງໆ ຍັງເປັນການດີກວ່າ ດອກກຸຫລາບຫລາຍເທົ່າ.

   ທ້າວ ໄກສອນ ນັກສຶກສາຊັບພະວິຊາ ຂະແຫນງຂຸດຄົ້ນສຳຫລວດປີຫນຶ່ງ ກໍບອກວ່າຕົນ ເອງ ກໍແມ່ນຫນຶ່ງໃນຈຳນວນໄວຫນຸ່ມ ທີ່ເຄີຍໄປສະຫລອງວັນແຫ່ງຄວາມ ຮັກເກືອບວ່າທຸກປີ ຂອງວັນດັ່ງກ່າວ ນັບແຕ່ຮູ້ຈັກລົມສາວມາ ແລະ ສິ່ງຂອງທີ່ມັກມອບກໍຄືດອກກຸຫລາບ ກັບຕຸກ ກະຕາສ່ວນຫມູ່ຄູ່ອີກຫລາຍໆ ຄົນແມ່ນມັກເວົ້າວ່າ ໃນວັນສຳຄັນແບບນີ້ ຄວນພາຜູ້ສາວຂີ່ລົດ ຫລິ້ນເຂົ້າຮ້ານເຫລົ້າຮ້ານເບຍໄປສະຫລອງກັນດີກວ່າ ແຕ່ໃນຄວາມຄິດຂອງຂ້ອຍແລ້ວ ຢາກ ໃຫ້ປ່ຽນເປັນວ່າເອົາເງິນທີ່ຊື້ເຫລົ້າ-ເບຍດັ່ງກ່າວພາແຟນຕົນເອົງໄປຊື້ເຄື່ອງທີ່ລະນຶກທີ່ມີຄວາມ ຫມາຍແທນຄົງດີ ແລະ ການສະຫລອງກໍຢາກໃຫ້ເບິ່ງຮີດຄອງປະເພນີໃນບ້ານເຮົາແດ່ ບໍ່ຢາກ ໃຫ້ຫລິ້ນຈົນເກີນຂອບເຂດຫລາຍ.

Ecom


__________________
Anonymous

Date:
Permalink   

valentime day!!!
no ****ing!!!!please............

__________________
Anonymous

Date:
Permalink   


While the people embrace western open market economy, culture and HOLIDAYS the government of Laos still stuck to communism. This is not MARXISM. This is most unusual.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard