ໃນປີ ພສ 1896 (ຄສ 1353) ສະໄໝລັດຊະການພຼະເຈົ້າຟ້າງຸ່ມ ໄດ້ສະຖາປະນາອານາຈັກລ້ານຊ້າງ ຢູ່ເມືອງຊວາເປັນເມືອງເອກ (ປັດຈຸບັນຫຼວງພະບາງ) ໄລຍະຕໍ່ມາໃນປີ ພສ 2103 (ຄສ 1560) ໂດຍການນຳພາຂອງລັດຊະການພຼະເຈົ້າໄຊຍະເຊດຖາທິຣາດ ໄດ້ນຳໄພ່ຟ້າລາດຊະດອນມາສ້າງຕັ້ງເມືອງເອກ ຢູ່ເມືອງວຽງຈັນ "ນະຄອນຫຼວງວຽງຈັນຈັນທະບູລີ ສີສະຕະນາຄະນາຫຸດ ອຸດຕະມະລາຊະທານີ" ຊຶ່ງເປັນດິນແດນຈຸດໃຈກາງຂອງອານາຈັກລ້ານຊ້າງ ສະນັ້ນອານາຈັກລ້ານຊ້າງ ກໍໄດ້ພັດທະນາພື້ນຖານເສດຖະກິດ ການເມືອງ ວັດທະນະທຳ ສັງຄົມ ໃຫ້ມີຄວາມສີວິໄລຈະເລີນຮຸ່ງເຮືອງຕະຫຼອດມາເລື້ອຍໆ.
ສປປ ລາວ ປັດຈຸບັນ ກໍຄືອານາຈັກລ້ານຊ້າງໃນອະດີດ ອານາຈັກນີ້ ໄດ້ຖືກເຕົ້າໂຮມເປັນອັນໜຶ່ງອັນດຽວກັນປະຊາຊົນລາວບັນດາເຜົ່າຕ່າງໆ ມີປະຫວັດສາດອັນຍາວນານ ນັບເປັນເວລາຫຼາຍພັນປີມາແລ້ວ ມີມູນເຊື້ອຄວາມດຸຫມັ່ນປະດິດຄິດສ້າງສິລະປະ ສະຖາປັດຕະຍະກຳສິນ ຊຶ່ງແມ່ນວຽກງານການກໍ່ສ້າງທີ່ມີສີ ມືຊ່າງ ຫຼື ສິລະປະການກໍ່ສ້າງໃຫ້ຄຸນຄ່າທາງຄວາມງາມ ມີເຕັກນິກວິທະຍາສາດ ມີຄຸນນະພາບຄົງທົນ ຄືດັ່ງປູຊະນິຍະສະຖານທີ່ເປັນເອກະລັກຂອງຊາດລາວເຊັ່ນ: ພຼະທາດຫຼວງ ແມ່ນພຼະທາດທີ່ໃຫຍ່ ແລະ ຈົບງາມ.
ພຼະທາດຫລວງ ອີງຕາມຫນັງສືອຸລັງຄະທາດ ນິທານລາວບູຮານ ແມ່ນໄດ້ກໍ່ສ້າງຂຶ້ນໃນສອງໄລຍະທີ່ແຕກຕ່າງກັນຄື: ຄັ້ງທີໜຶ່ງ: ຫຼັງຈາກພຼະພຸດທະເຈົ້າກ້າວເຂົ້າສູ່ປະລິນິພານ ໃນປີ ພສ 236 (ກ່ອນ ຄສ 307 ປີ) ໄດ້ມີພຼະອໍຣະຫັນລາວ 5 ອົງ ໄດ້ສຳເລັດການສຶກສາຈາກກຸງລາຊະຄື ປະເທດອິນເດຍ ໄດ້ນຳເອົາພຼະບໍລົມມະສາລີລິກະທາດ (ກະດູກຫົວເນົ່າ) ຂອງພຼະພຸດທະເຈົ້າມານຳ ແລ້ວໄດ້ຊັກຊວນພຼະຍາຈັນທະບູລີ ປະສິດທິສັກ ເຈົ້າຄອງເມືອງວຽງຈັນ ຜູ້ທຳອິດ ພ້ອມດ້ວຍປະຊາຊົນຊາວເມືອງ ສ້າງທາດຂຶ້ນເພື່ອສຳບັນຈຸພຼະບໍລົມມະສາລີລິກະທາດນັ້ນໄວ້ ເປັນທີ່ໄຫວ້ນົບສັກກະລະບູຊາຂອງຊາວພຸດທະສາດສະຫນາທີ່ນັບຖື ເປັນຕົ້ນມາ ໃນສະໄໝພຼະຍາຈັນທະບູລີ ປະສິດທິສັກ ຫນ່ວຍພຼະທາດນີ້ມີຮູບລັກສະນະເປັນອຸບມຸງ ກໍ່ດ້ວຍຫີນ ລວງກວ້າງທັງສີ່ດ້ານ ດ້ານລະ 5 ວາ ມີຄວາມຫນາ 2 ວາ ແລະ ມີ ລວງສູງ 4 ວາ 3 ສອກທາດຫນ່ວຍທີ່ກ່າວມານີ້ ປັດຈຸບັນແມ່ນຢູ່ໃນພຣະທາດຫລວງໃຫຍ່ນີ້ເອງ.
ຄັ້ງທີສອງ: ໃນປີ ພສ 2103 (ຄສ 1560) ໃນສະໄຫມລັດຊະການພຣະເຈົ້າໄຊຍະເຊດຖາທິຣາດ ເປັນໄລຍະທີ່ພຼະອົງໄດ້ນຳພາໄພ່ຟ້າລາດຊະດອນຍ້າຍນະຄອນຫຼວງຈາກນະຄອນຊຽງທອງ ມາສ້າງເມືອງວຽງຈັນ ເປັນເມືອງເອກ ແລ້ວໃນໄລຍະເວລາດຽວກັນນີ້ ພຼະອົງໄດ້ນຳພາປະຊາຊົນລາວບັນດາເຜົ່າຕ່າງໆໃນເຂດແດນອານາຈັກລ້ານຊ້າງ ໄດ້ພາກັນສ້າງທາດໃຫຍ່ກວມເອົາທາດເກົ່າດັ່ງເດີມ ສຳເລັດໃນປີ ພສ 2109 (ຄສ 1566) ແລ້ວໄດ້ໃສ່ຊື່ວ່າ: "ເຈດີໂລກະຈຸລາມະນີ "ຊຶ່ງກໍໝາຍຄວາມວ່າ: "ພຼະທາດແກ້ວຍອດໂລກ" ແລະ ກໍໄດ້ພາກັນເອີ້ນວ່າ: "ພຣະທາດຫຼວງ" ນັ້ນເອງ ມາຈົນເຖິງປັດຈຸບັນນີ້. ພຣະທາດຫລວງຫນ່ວຍນີ້ ຖ້າແທກທັງກົມມະລຽນແຕ່ລະດ້ານມີຄວາມຍາວ 91 ແມັດ 75 ຊັງຕີແມັດ ແລະ ສູງແຕ່ຕີນທາດເຖິງຍອດທາດ 45 ແມັດ ລັກສະນະຂອງພຣະທາດຈະເຫັນວ່າ ສ້າງຂຶ້ນຕາມແບບສິລະປະກຳລາວບູຮານ ແລະສ້າງຂຶ້ນຕາມຄະຕິຄວາມເຊື່ອທາງສາດສະຫນາ.
ພຣະທາດມີ 3 ຖ້ານ: ຖ້ານທີຫນຶ່ງ: ແມ່ນກົມມະລຽນ ຖ້ານທີສອງແມ່ນ: ຖ້ານໃບສີມາໃຫຍ່ ມີ 323 ໃບ ທີ່ຢູ່ເທິງຕີນທາດມີຫໍໄຫວ້ 4 ດ້ານ ຖ້ານທີສາມແມ່ນ: ຖ້ານໃບສີມານ້ອຍ ມີ 228 ໃບ ມີກາບດອກບົວ 120 ກາບ ຮອງຕີນພຣະທາດໃຫຍ່ຮູບຊົງຂອງອົງພຣະທາດກໍເປັນສິລະປະຂອງຊາດລາວ ໂດຍສະເພາະຈະມີທາດນ້ອຍອ້ອມທາດໃຫຍ່ ຈຳນວນ 30ຫນ່ວຍ ນີ້ຫມາຍເຖິງຂໍ້ປະຕິບັດ 30 ຂໍ້ໃນສາດສະຫນາພຸດ ເອີ້ນວ່າ: "ບາຣະມີ 30 ທາດ" ຕາມຄຳສອນທາງພຸດທະສາດສະຫນາໃນເມື່ອກ່ອນຢູ່ໃນທາດນ້ອຍ ເພິ່ນໄດ້ເຫັນທາດຄຳຫນັກປະມານ 4 ບາດ ແລະ ມີລານຄຳຍາວປະມານ 40 ຊັງຕີແມັດຮອງຮັບ ໃນລານຄຳນັ້ນຂຽນເປັນພຣະທຳຄຳສັ່ງສອນຂອງພຣະພຸດທະເຈົ້າວ່າ: "ເຍທຳມາ ເຫຕຸປະ ພະວາ ເຫຕຸງຕະຖາ ຄະໂຕເຕ ສັນຈະໂຍ ນິເຣໂທ ຈະເອວັງ ວາພີ ມະຫາສະມະໂນ" ມີເນື້ອໃນວ່າ: "ທຳທັງຫຼາຍເກີດເພາະທາດຕະຖາຄົດພຸດທະເຈົ້າຮູ້ແລ້ວ ສະແດງແລ້ວເຫດແຫ່ງທຳເຫລົ່ານັ້ນ ແລະ ເຫດແຫ່ງຄວາມດັບເຫລົ່ານັ້ນ".
ໃນອະດີດທີ່ຜ່ານໄປ ຕາມການບັນທຶກໄວ້ຂອງທູດການຄ້າໂຮນລັງ ທີ່ມາຢ້ຽມຢາມນະຄອນຫລວງວຽງຈັນ ເມື່ອປີ ພສ 2184 (ຄສ 1641) ເວົ້າເຖິງພຣະທາດຫລວງ ວ່າ ເປັນພຣະທາດທີ່ຈົບງາມທີ່ສຸດ ປະດັບດ້ວຍແຜ່ນຄຳ ແລະ ຍອດທາດຄຳ ຢ່າງວິຈິດງົດງາມ ໃນສະໄຫມລັດຊະການພຣະເຈົ້າສຸລິຍະວົງສາ ທຳມິກະລາດ ໄດ້ເປັນປະທານໃນງານບຸນນະມັດສະການພຣະທາດຫລວງນີ້ດ້ວຍ ແລະ ການຕ້ອນຮັບທ່ານ ວັນ ວຸດສະຕົບ ຫົວຫນ້າທູດການຄ້າໂຮນລັງ ກໍໄດ້ຈັດຢູ່ທີ່ເດີ່ນພຣະທາດຫຼວງ.
ພຣະທາດຫຼວງຕາມປະຫວັດ ໄດ້ຖືກມ້າງເພທຳລາຍຈາກສົງຄາມສັກດີນາຕ່າງດ້າວທີ່ເຂົ້າມາຮຸກຮານອານາຈັກລ້ານຊ້າງຫລາຍຄັ້ງ ຄື:
- ຄັ້ງທີຫນຶ່ງ: ທ້າຍສະຕະວັດທີ XVIII ສົງຄາມສັກດີນາພະມ້າ - ຄັ້ງທີສອງ: ສະຕະວັດທີ XVIII ສົງຄາມສັກດີນາໄທ ຄັ້ງທີ I - ຄັ້ງທີສາມ: ຕົ້ນສະຕະວັດທີ XIX ສົງຄາມສັກດີນາໄທ ຄັ້ງທີ II - ຄັ້ງທີສີ່: ເມື່ອປີ ພສ 2416 (ຄສ 1873) ພວກໂຈນຫໍ້ຊົນເຜົ່າຫນຶ່ງຢູ່ຊາຍແດນລາວ-ຈີນ ເຂົ້າມາຕີປຸ້ນ ແລ້ວມ້າງເພຊອກເອົາວັດຖຸທີ່ມີຄ່າຢູ່ໃນພຣະທາດໄປ. - ຄັ້ງທີຫ້າ: ໃນປີ ພສ 2439 (ຄສ 1896) ຖືກຟ້າຜ່າ ເຮັດໃຫ້ຍອດພຣະທາດຫລວງຫັກລົງ. - ຄັ້ງທີຫົກ: ໃນປີ ພສ 2519 (ຄສ 1976) ຖືກຟ້າຜ່າ ເຮັດໃຫ້ຍອດພຣະທາດຫລວງຫັກລົງອີກ. ແຕ່ລະຄັ້ງທີ່ພຣະທາດຫລວງຖືກມ້າງເພທຳລາຍຈາກສົງຄາມ ແລະ ໄພທຳມະຊາດ ປະຊາຊົນລາວໄດ້ພ້ອມກັນບູລະນະສ້ອມແປງໃຫ້ຈົບງາມຄືນຄືດັ່ງເດີມ ການບູລະນະປະຕິສັງຂອນຄືນໃຫມ່ຄື: - ໃນປີ ພສ 2362 (ຄສ 1819) ໃນລັດຊະການເຈົ້າອະນຸວົງ ກະສັດອົງສຸດທ້າຍແຫ່ງອານາຈັກລ້ານຊ້າງວຽງຈັນ. - ໃນປີ ພສ 2443 (ຄສ 1900) ເປັນສະໄຫມລາວຕົກເປັນລ່າເມືອງຂຶ້ນແບບເກົ່າ ນາຍຊ່າງຝຣັ່ງໄດ້ສ້ອມແປງຍອດພຣະທາດຫລວງໃຫມ່ ໄດ້ເຮັດເປັນແບບສິລະປະແບບຊາວຕາເວັນຕົກ. - ໃນປີ ພສ 2473 (1930) - ພສ 2478 (ຄສ 1935) ແລະ ໃນໄລຍະ ສປປ ລາວ ກຳລັງພັດທະນາ ແລະ ປົກປັກຮັກສາຊາດ ປະເທດຊາດ ພັກ-ລັດຖະບານ ກໍໄດ້ຄຸ້ມຄອງປົກປັກຮັກສາບູລະນະຄັ້ງໃຫຍ່ ໃນປີ ພສ 2539 (ຄສ 1996)ດັ່ງທີ່ພວກເຮົາເຫັນຢູ່ທຸກວັນນີ້.
ພຣະທາດຫລວງສະໄຫມອະດີດ ກໍຄືໃນປັດຈຸບັນ ເປັນສູນກາງສິລະປະ ວັດທະນະທຳທີ່ລືຊື່ ເປັນທີ່ເຄົາລົບສັກກະລະບູຊາ ແລະ ສາມາດດຶງດູດ ຄວາມສົນໃຈຂອງປະຊາຊົນລາວບັນດາເຜົ່າຕ່າງໆ ກໍຄືຊາວຕ່າງປະເທດ ໃນທຸກໆປີຂອງວັນຂຶ້ນ 13 ຄ່ຳ-15 ຄ່ຳ ເດືອນ 12 ເພັງ ກົງກັບເດືອນ 11 ສາກົນ (ລະຫວ່າງເດືອນພະຈິກ) ບັນດາພຣະສົງສາມະເນນອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນບັນດາເຜົ່າເປັນຈຳນວນຫຼວງຫຼາຍທີ່ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ແຂວງອື່ນທີ່ຫ່າງໄກ ກໍໄດ້ພາກັນມາເຕົ້າໂຮມຢູ່ເດີ່ນພຣະທາດຫຼວງ ເພື່ອທຳບຸນນະມັດສະການພຣະທາດຫຼວງປະຈຳປີ ຮ່ວມກັນດ້ວຍຈິດໃຈເຫຼື້ອມໃສສັດທາ ງານບຸນນະມັດສະການພຣະທາດຫລວງນີ້ ບໍ່ພຽງແຕ່ເສີມສ້າງທາງດ້ານຈິດໃຈເທົ່ານັ້ນ ແຕ່ ເປັນງານສ້າງສັນຄວາມຜູກພັນຮັກແພງ ບົນພື້ນຖານສິນທຳອີກດ້ວຍ ວັນບຸນນະມັດສະການພຣະທາດຫລວງ ຍັງຈັດໃຫ້ມີງານແຂ່ງຂັນ (ຕະຫລາດນັດ) ຄັດເລືອກຜົນງານການຜະລິດປະຈຳປີຂອງປະຊາຊົນລາວບັນດາເຜົ່າ ແລະ ໃນບາງປີກໍເຊື້ອເຊີນປະເທດເພື່ອນມິດເຂົ້າຮ່ວມງານຕະຫຼາດນັດອີກດ້ວຍ.
ພຣະທາດຫລວງ ແມ່ນມູນມໍລະດົກອັນລ້ຳຄ່າທາງດ້ານວັດທະນະທຳ ຄວາມງາມ ຫົວຄິດປະດິດສ້າງ ພູມປັນຍາປະເພນີ ສະແດງເຖິງນິໄສໃຈຄໍ ຄວາມເຊື່ອຖື ແລະ ເປັນສັນຍາລັກ ໄລຍະປະຫວັດສາດຂອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ແຕ່ອະດີດຈົນເຖິງປັດຈຸບັນນີ້
* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 20-11-2007