Members Login
Username 
 
Password 
    Remember Me  
Post Info TOPIC: Need volunteer to translate SEA Games news (3rd Request)
Anonymous

Date:
Need volunteer to translate SEA Games news (3rd Request)
Permalink   


Dear visitors,

I am now looking for volunteer to translate Lao to English of the following news:]

1) http://www.vientianemai.net/news.php?TopicID=12&NewsID=1437

2) http://www.vientianemai.net/news.php?TopicID=12&NewsID=1401

3) http://www.vientianemai.net/news.php?TopicID=12&NewsID=1400

I am looking foward to hearing your prompt reply.

Regards,

WEbmaster

__________________


Guru

Status: Offline
Posts: 1451
Date:
Permalink   

any volunteer please
comon...

__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE


Guru

Status: Offline
Posts: 1451
Date:
Permalink   

I am now looking for someone who can help me translate this into English


ປີ້ເຂົ້າຊົມງານກີລາຊີເກມ ຈະມີຈຳໜ່າຍມວນຊົນໃນເດືອນກັນຍານີ້

††††††††††††††††ສຳລັບປີ້ເຂົ້າຊົມງານມະຫະກຳກີລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ ເປັນເຈົ້າພາບ ກຽມຈັດຂຶ້ນຢູ່ນະຄອນຫຼວງ
ວຽງຈັນ ລະຫວ່າງວັນທີ 9-18 ທັນວາ 2009 ໂດຍສະເພາະແມ່ນມື້ພິທີເປີດ-ປິດຊີເກມ ຈະມີວາງຈຳໜ່າຍແລ້ວຕໍ່ມວນຊົນ
ທັງພາຍໃນ ແລະ ຕ່າງປະເທດ ນັບແຕ່ເດືອນກັນຍານີ້ເປັນຕົ້ນໄປ.
††††††††††††††††ທ້າຍອາທິດຜ່ານມານີ້ ຄະນະກຳມະການ-ການຕະຫຼາດ ແລະ ສິດທິປະໂຫຍດ ໃນງານມະຫະກຳກີລາຊີເກມ
ຄັ້ງທີ 25 ກໍໄດ້ມີການປະຊຸມຮ່ວມກັບບໍລິສັດ ໂອເຄ-ອອກແບບໂຄສະນາ ຈຳກັດ ຢູ່ທີ່ຫ້ອງປະຊຸມຂອງຄະນະກຳມະການ
ກີລາ-ກາຍະກຳແຫ່ງຊາດລາວ ເພື່ອປຶກສາຫາລືກັນຕື່ມອີກ ກ່ຽວກັບການອອກປີ້ເຂົ້າຊົມງານມະຫະກຳກີລາຊີເກມ ຄັ້ງທີ
25 ໃຫ້ມີຄວາມຮັບປະກັນຢ່າງຮອບດ້ານ ໂດຍມີທ່ານ ຈັນເພັງ ສີລັດຕະນະ ຮອງຫົວໜ້າຄະນະກຳມະການ-ການຕະຫຼາດ
ແລະ ສິດທິປະໂຫຍດ ເຂົ້າຮ່ວມນຳ.
††††††††††††††††ທ່ານ ອູບແກ້ວ ຫຼວງພະໄຊ ຫົວໜ້າອຳນວຍການບໍລິສັດ ໂອເຄ-ອອກແບບໂຄສະນາ ຈຳກັດ ກໍໄດ້ມີການນຳສະ
ເໜີຮູບແບບຂອງປີ້ ຊຶ່ງໄດ້ອອກແບບມາທັງໝົດ 25 ແບບ ແລະ ແຕ່ລະແບບຈະມີສີສັນເອກກະລັກແຕກຕ່າງກັນ ໂດຍສະ
ເພາະແມ່ນປີ້ເຂົ້າຊົມພິທີເປີດ-ປິດ ຊີເກມ ຊຶ່ງດ້ານໜ້າຈະມີສີສັນທີ່ສວຍງາມ ມີຮູບສັນຍາລັກຂອງງານມະຫະກຳກີລາ
ຊີເກມ ຄັ້ງທີ 25 ແລະ ມີຂະໜາດທີ່ກະທັດຮັດ ເໝາະສົມແກ່ການເກັບຮັກສາໄວ້ເປັນຂອງທີ່ລະນຶກ ສ່ວນດ້ານຫຼັງຈະມີ
ໂລໂກຂອງບໍລິສັດ ຜູ້ໃຫ້ການສະໜັບສະໜູນຂອງງານກີລາຊີເກມ ແລະ ອື່ນໆ.
††††††††††††††††ທ່ານ ຈັນເພັງ ສີລັດຕະນະ ກໍໄດ້ກ່າວວ່າ: ສ່ວນໃຫຍ່ແມ່ນເຫັນດີກັບບໍລິສັດທີ່ອອກແບບປີ້ເຂົ້າຊົມຊີເກມໄດ້ງາມ
ຫຼາຍ ແຕ່ຂໍໃຫ້ມີການປັບປຸງເລື່ອງເຈ້ຍ ຕ້ອງໃຫ້ມີຄວາມຮັບປະກັນດ້ານຄຸນນະພາບ ເພື່ອປ້ອງກັນການປອມແປງ ແລະ
ການລັກວາງຂາຍໃນຕະຫຼາດມືດ ນອກຈາກນີ້ ສະເພາະປີ້ຂາຍໃນມື້ພິທີເປີດ-ປິດຊີເກມ ຈະຕ້ອງມີບາໂຄດ ເພື່ອຊ່ວຍປ້ອງ
ກັນການປອມແປງ ສີສັນກໍຕ້ອງໃຫ້ແຈ້ງສະດຸດຕາຂຶ້ນຕື່ມ ແລະ ໃຫ້ເພີ່ມສັນຍາລັກປະຈຳຊາດລາວ ພ້ອມທັງຂະຫຍາຍຕົວ
ໜັງສືລາວຂຶ້ນອີກ ເພາະຢາກເນັ້ນເອກະລັກຂອງລາວໃຫ້ມີຄວາມໂດດເດັ່ນຢູ່ໃນປີ້ດັ່ງກ່າວ.
††††††††††††††††ສຳລັບປີ້ເຂົ້າຊົມກີລາຊີເກມ ນີ້ຄາດວ່າຊ້າສຸດຕ້ອງໃຫ້ສຳເລັດ ແລະ ຈັດຈຳໜ່າຍໃຫ້ແກ່ມວນຊົນທັງພາຍໃນ
ແລະ ຕ່າງປະເທດໃນເດືອນກັນຍານີ້ເປັນຕົ້ນໄປ ເບື້ອງຕົ້ນແມ່ນຄາດວ່າຈະຂາຍ 5 ແສນກີບ 4 ແສນກີບ 3 ແສນກີບ 2 ແສນ
ກີບ ແລະ ປີ້ເຂົ້າຊົມການແຂ່ງຂັນກີລາປະເພດຕ່າງໆສູງສຸດແມ່ນ 1 ແສນກີບ ແລະ ຕ່ຳສຸດແມ່ນ 20 ພັນກີບ.



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard