Members Login
Username 
 
Password 
    Remember Me  
Post Info TOPIC: Stock market delays in opening


Guru

Status: Offline
Posts: 2386
Date:
Stock market delays in opening
Permalink   


ຈົ້າໜ້າ​ທີ່​ຂັ້ນສູງ​ຂອງລາວ​ຍອມຮັບ​ວ່າ ການ​ເປີດ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທຳ​ອິດ​ຂອງ​ລາວ​ອາດ​ຈະ ຕ້ອງ​ຊັກ​ຊ້າ​ອອກ​ໄປ​ອີກ​ຈົນ​ເຖິງ​ທ້າຍ​ປີ 2010 ນີ້ ​ເນຶ່ອງຈາກ​ບັນຫາ​ທາງ​ດ້ານ​ເທ​ກນິກ​ແລະ​ຄວາມ ພ້ອມ​ຂອງ​ບຸກຄະລາ​ກອນ ລວມ​ເຖິງ​ຄວາມ​ບໍ່​ພ້ອມ​ຂອງ​ບັນດາ​ບໍລິສັດ​ ທີ່​ຈະ​ສະ​ເໜີ​ຂາຍ​ຫຸ້ນ​ໃນຕະ ຫລາດ​ຫລັກ​ຊັບ​ດ້ວຍ.

ທ່ານ​ເດດ​ພູ​ວັນ ມູນ​ນະລາດ ປະທານ​ຄະນະ​ກຳມະການ​ສ້າງ​ຕັ້ງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້ການ​ຍອມຮັບ​ວ່າການ​ເປີດ​ທຳ​ການ​ຊື້​ຂາຍ​ຫຸ້ນ ​ໃນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທຳ​ອິດ​ຂອງ​ລາວ ອາດ​ຈະ​ຕ້ອງ​ມີ​ການ​ຊັກ​ຊ້າ​ຈາກ​ກຳໜົດ​ການ​ເດີມ​ ທ່ີ​ວາງ​ໄວ້​ໃນ​ວັນ​ທີ່ 10 ​ເດືອນ​ຕຸລາປີ 2010 ນີ້ ​ເນຶ່ອງຈາກ​ວ່າການ​ດຳ​ເນີນ​ການ​ກໍ່ສ້າງ​ອາຄານ​ທີ່​ທຳ​ການ​ຕະຫລາດ​ຫລັກ​ຊັບ​ ທີ່​ໄດ້​ເລີ່​ມລົງມື​ດຳ​ເນີນ ການ​ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ກັນຍາ​ປີ 2009 ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ​ໄດ້​ເກີດ​ການ​ຊັກ​ຊ້າ​ກວ່າ​ແຜນ ການ​ທີ່​ວາງ​ເອົາ​ໄວ້​ໃນ​ທຸກໆ​ດ້ານ ຊຶ່ງ​ກໍ​ຄື​ການ​ກໍ່ສ້າງ​ຕົວ​ຕຶກ​ທີ່​ທຳ​ການ​ນັ້ນ ​ອາດ​ຈະ​ສາມາດ​ດຳ​ເນີນ ການ​ໃຫ້​ສຳ​ເລັດ​ຕາມ​ທີ່​ກຳໜົດ​ໄວ້​ໃນ​ວັນ​ທີ່ 10 ​ເດືອນ​ຕຸລາ​ແທ້ ​ຫາກ​ແຕ່​ວ່າ​ກໍ​ຈະ​ເປັນ​ພຽງ​ຕົວ​ຕຶກ ທີ່​ຍັງ​ຄົງ​ບໍ່​ມີ​ການ​ຕົກ​ແຕ່ງ​ພາຍ​ໃນ ລວມທັງ​ຍັງ​ບໍ່​ມີ​ການວາງ​ລະບົບ​ຄອມ​ພິວ​ເຕີ ລະບົບ​ສື່ສານ  ​ແລະ​ເຄຶ່ອງອຳນວຍ​ຄວາມ​ສະດວກ​ຕ່າງໆ​ໃນ​ສຳນັກງານ​ແຕ່​ຢ່າງ​ໃດ.

ຍິ່ງ​ໄປ​ກວ່າ​ນັ້ນ​ສຳນັກງານ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ລາວ​ ກໍ​ຍັງ​ບໍ່​ມີ​ຄວາມ​ພ້ອມ​ທາງ​ດ້ານ​ບຸກຄະ ລາກ​ອນທີ່​ຈະ​ສາມາດ​ປະຕິບັດ​ໜ້າ​ທີ່​ໄດ້​ຢ່າງ​ມີ​ປະສິດທິພາບ ​ແລະ​ໃນ​ຂະນະ​ດຽວ​ກັນ​ ສຳ​ຫລັບ​ໃນ ສ່ວນ​ຂອງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ ​ແລະ​ລັດ​ວິ​ສາ​ຫະກິດຂະໜາດ​ໃຫຍ່​ໃນ​ລາວ​ນັ້ນ ​ກໍ​ຍັງ​ຄົງ​ບໍ່​ມີ ຄວາມ​ແຈ້ງ​ຂາວ​ວ່າ​ ຈະ​ມີ​ຄວາມ​ພ້ອມ​ໃນ​ດ້ານ​ການ​ບໍລິຫານ​ແລະ​ການ​ຈັດການ​ ທີ່​ໄດ້​ມາດຕະຖານ ຫລື​ເປັນ​ທີ່​ຍອມຮັບ​ໃຫ້​ຈົດ​ທະບຽນ​ ເປັນ​ບໍ​ລິ​ສັດ​ທີ່​ມີ​ສິດທິ​ຊື້​ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ ຫລື​ບໍ່​ອີກ ດ້ວຍ.  ​ເພາະ​ສະ​ນັ້ນ ຈຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ ທີ່​ທາງ​ການ​ລາວ​ຈະ​ຕ້ອງ​ເລຶ່ອນກຳໜົດ​ການ​ເປີດ​ໃຫ້ຊື້​ຂາຍ​ຫຸ້ນ​ໃນ​ຕະຫລາດ​ ຫລັກ​ຊັບ​ ຈາກ​ກຳໜົດ​ການ​ເດີມ​ໃນ​ວັນ​ທີ່ 10 ຕຸລາ ປີ 2010 ດັ່ງກ່າວ ຫາກ​ແຕ່​ການ​ເປີດ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທຳ​ອິດ​ຂອງ​ລາວ​ນັ້ນ ​ກໍ​ຍັງ​ຈະ​ມີ​ຂື້ນ​ພາຍ​ໃນ​ທ້າຍ​ປີ 2010 ນີ້​ຢ່າງ​ແນ່ນອນ. ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າການ​ສ້າງຕັ້ງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທຳ​ອິດ​ຂອງ​ລາວ ນັ້ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສຳນັກງານ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ເກົາຫລີ​ ໄຕ້ ຊຶ່ງ​ມີ​ປະສົບ ການ​ໃນ​ດ້ານ​ດັ່ງກ່າວ​ນີ້​ມາ​ຢ່າງ​ຍາວ​ນານ ​ແລະ​ການ​ຊ່ວຍ​​ເຫລືອ​ແກ່​ທາງ​ການ​ລາວ​ດັ່ງ​ກ່າວ​ນີ້ ກໍ​ຍັງ​ເປັນການ​ດຳ​ເນີນ​ງານ​ພາຍ​ໃຕ້​ຂໍ້​ຕົກລົງ​ຮ່ວມ​ທຶນ​ສອງ​ຝ່າຍ​ອີກ​ດ້ວຍ ຈຶ່ງ​ເຮັດໃຫ້ທາງ​ການ​ລາວ​ເຊື່ອ ໝັ້ນ​ວ່າ ການ​ດຳ​ເນີນ​ງານ​ຂອງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ລາວ​ນັ້ນ  ​ຈະດຳ​ເນີນ​ໄປ​ໄດ້​ເປັນ​ຢ່າງ​ດີ. ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ທ່ານ​ນຶ່ງ​ໃນ​ຄະນະ​ກຳມະການ​ສ້າງ​ ຕັ້ງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ຮ່ວມ​ກັນ 20 ລ້ານ$ສະຫະລັດ ຊຶ່ງ​ຝ່າຍ​ລາວ​ນີ້ ຖື 51% ຊື່​ງຕາງໜ້າ​ຂອງ​ລັດຖະບານ ​ແມ່ນ​ທະນາຄານ​ແຫ່ງ ສປປ ລາວ. ຝ່າຍ​ເກົາຫລີ ກໍ​ແມ່ນ​ຕະຫລາດ​ຫລັກ​ຊັບ​ຂອງ​ເກົາຫລີ ຖື 49% ຂອງ​ຈຳນວນ​ເງິນທັງ​ໝົດ ຊຶ່ງ​ທັງ​ສອງ​ຝ່າຍ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ກັນ​ແລະ​  ກັນ​ວ່າ ຈະສືບ​ຕໍ່ຈັດຕັ້ງປະຕິບັດ​​ໄປແຜນການ​ທີ່​ມີໄວ້ ຄື​ໃນ​ປີ 2010 ນີ້ ​ຕ້ອງ​ໄດ້​ຕັ້ງຕະຫລາດ​ຫລັກ​ຊັບ​ໃຫ້​ໄດ້ ​ແລະກໍ​ໃຫ້​ທັງ​ໝົດ​ຂອງ​ຕະຫລາດ​ຫລັກ​ຊັບ​ເດີນ ​​ແມ່ນ​ແລ່ນ​ສະດວກ​ໄປຕາມ​ກົນ ​ໄກ​ທັງ​ໝົດ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ກໍ​ຍອມຮັບ​ວ່າ​ ຈົນ​ເຖິງ​ປັດຈຸບັນ​ນີ້​ມີ​ບໍລິສັດ​ເອກ​ກະ​ຊົນ ​ໃນ​ລາວ​ພຽງ​ແຕ່ 30 ບໍລິສັດ​ເທົ່າ​ນັ້ນ ​ທີ່​ໄດ້​ສະ​ເໜີ​ຕົວ​ເພື່ອ​ຂໍ​ຈົດ​ທະບຽນ​ເຂົ້າ​ເປັນ​ບໍລິສັດ​ທີ່​ຈະ​ຊື້​ຂາຍ ຫຸ້ນໃນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ແຫ່ງ​ທຳ​ອິດ​ຂອງ​ລາວ ຫາກ​ແຕ່​ວ່າ​ຈາກ​ການ​ພິດ​ຈາລະ​ນາ​ເຖິງ ມາດຕະຖານ​ໃນ​ການ​ບໍລິຫານ​ແລະ​ການ​ຈັດການ​ຂອງ​ແຕ່​ລະ​ບໍລິສັດ​ໃນ​ຂັ້ນ​ເບື້ອງ ​ຕົ້ນ​ແລ້ວ​ນັ້ນ ກໍພົບ ວ່າ​ມີ​ພຽງ​ແຕ່ 5 ບໍລິສັດ​ເທົ່າ​ນັ້ນ​ ທີ່ມີ​ເງຶ່​ອນ​ໄຂ​ທີ່​ເຮັດ​ໃຫ້​ບໍ່​ສາມາດ​ຈົດ​ທະບຽນ​ເປັນ​ບໍລິສັດ​ທີ່​ມີ​ ສິດ​ຊື້ ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ໄດ້​ ທັງ​ນີ້ກໍ​ຍ້ອນ​ວ່າ​ບໍລິສັດ​ສ່ວນ​ໃຫຍ່​ໃນ​ລາວ​ຍັງ​ຄົງ​ເປັນ​ບໍລິສັດ​ຂະ ໜາດ​ນ້ອຍ​ແລະ​ຂະໜາດ​ກາງ ມີ​ການຈັດ​ທຳ​ລະ​ບົບບັນຊີ​ລາຍ​ຮັບ-ລາຍ​ຈ່າຍ​ທີ່ບໍ່​ໄດ້​ມາດຕະຖານ ກໍ ຄື​ຍັງ​ຂາດ​ຄວາມ​​ໂປ່​ງ​ໃສ​ ຈົນ​ບໍ່​ສາມາດ​ທີ່​ຈະ​ກວດ​ສອບ​ທີ່​ມາ​ທີ່​ໄປ​ຂອງ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ແທ້​ ຈິງ​ໄດ້​ເລີຍ ຫາກ​ແຕ່​ວ່າ​ສຳ​ລັບ​​ໃນ​ໄລຍະ​ຍາວ​ແລ້ວ ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າ​ຕະຫລາດ​ຫລັກ​ຊັບ ​ໃນ​ລາວ​ຈະ​ຂະຫຍາຍຕົວ​ແລະ​ເຕີບ​ໃຫຍ່​ຂື້ນ​ຢ່າງ​ແນ່​ນອນ ​ໂດຍ​ທາງ​ການ​ລາວ​ໄດ້​ຝາກ​ຄວາມ​ຫວັງ ​ໄວ້​ກັບ​ພາກ​ອຸດສາຫະກຳ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ​ພະລັງງານ​ເປັນ​ດ້ານ​ຫລັກ​ນັ້ນ​ເອງ.

http://www1.voanews.com/lao/news/lao/LaosStocksMarakets-6-5-2010-95963899.html



__________________


animated-graphics247.gif



Anonymous

Date:
Permalink   

Everything in Laos is slowbiggrin

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard