Members Login
Username 
 
Password 
    Remember Me  
Post Info TOPIC: Laotian Master students graduated from Laos


Guru

Status: Offline
Posts: 2386
Date:
Laotian Master students graduated from Laos
Permalink   


ນັກສຶກສາປະລິນຍາໂທລຸ້ນທີ II ກຽມພ້ອມ​ຮັບ​​ໃຊ້​ຊາດ

ອະທິການບໍດີມະຫາ ວິທະຍາໄລແຫ່ງຊາດລາວ ຮ່ວມກັບອະທິການບໍດີມະຫາ ວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມຈັດພິທີມອບ - ຮັບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ຈົບປະລິນຍາໂທລຸ້ນທີ II ຈຳນວນ 89ຄົນ, ໃນໂຄງການຮ່ວມມືລາວ - ຫວຽດນາມເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 28 ມິຖຸນາ 2010 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນໂດຍມີທ່ານ ສຈ.ດຣ. ສຸກກົງແສງໄຊຍະເລີດອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ສຈ.ດຣ. ຫງວຽນວັນນາມອະທິການບໍດີມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ, ພ້ອມດ້ວຍແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.

ນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດໃນຄັ້ງນີ້ມີທັງຫມົດ 89 ຄົນ, ຍິງ 16 ຄົນ, ເຊິ່ງໄດ້ສຳເລັດວິຊາຮຽນຄື: ວິ ຊາການຄຸ້ມຄອງທຸລະກິດ, ວິ ຊາເສດຖະກິດແລະການຄຸ້ມຄອງຊຸມຊົນເຊິ່ງການຮຽນແມ່ນພາສາອັງກິດແລະພາສາຫວຽດນາມ, ໃນນັ້ນມີ 10 ຄົນສາມາດປ້ອງກັນບົດນິພົນໄດ້ໃນລະດັບດີເດັ່ນເຊິ່ງໄດ້ຮັບການຍ້ອງຍໍຈາກອະທິການບໍດີມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ.

ນັບແຕ່ປີ 2004 ເປັນຕົ້ນມາສອງມະຫາວິທະຍາໄລແຫ່ງຊາດລາວ ແລະ ຫວຽດ ນາມໄດ້ຮ່ວມກັນກໍ່ສ້າງພະນັກງານລະດັບປະລິນຍາໂທໃນຂະແຫນງເສດຖະກິດ - ການຄຸ້ມຄອງເກືອບ 200 ຄົນແລະໃນອະນາຄົດຕໍ່ຫນ້າມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມຈະສືບຕໍ່ເປີດຫ້ອງປະລິນຍາໂທລຸ້ນທີ III ໃນຂະແຫນງວິຊາທີ່ເປີດກວ້າງກວ່າລຸ້ນທີ I ແລະລຸ້ນທີ II, ສ່ວນຫ້ອງປະລິນຍາເອກລຸ້ນທີ I ໄດ້ເປີດການສຶກສາຄົ້ນຄວ້າມາປີກວ່າແລ້ວ ຄາດວ່າຈະສືບຕໍ່ຮັບເອົານັກສຶກສາຊຸດຕໍ່ໄປເຊັ່ນດຽວກັນ.

ໃນໂອກາດດັ່ງກ່າວທ່ານອະທິການບໍດີຂອງທັງສອງມະຫາວິທະຍາໄລແຫ່ງຊາດລາວ - ຫວຽດນາມກໍ່ໄດ້ຜັດປ່ຽນກັນ ຂຶ້ນມີຄຳເຫັນ ເພື່ອເປັນເຂັມຊີ້ ທິດເຍືອງທາງແກ່ນັກສຶກສາໃນການນຳເອົາຄວາມຮູ້ -ຄວາມສາມາດທີ່ຕົນໄດ້ສຶກສາຄົ້ນຄວ້າຜ່ານມາເພື່ອນຳໄປຜັນຂະຫຍາຍອອກຮັບໃຊ້ສັງຄົມກໍ່ຄືປະເທດຊາດຢ່າງມີປະສິດທິຜົນ, ໃນໂອກາດດັ່ງກ່າວ ກໍ່ໄດ້ມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຕື່ມອີກ.



-- Edited by khonthakek on Wednesday 30th of June 2010 06:12:17 AM

__________________


animated-graphics247.gif



Anonymous

Date:
Permalink   

LOL!!What they can do? Diploma Buyers!!

__________________
Speak-out

Date:
Permalink   

Anonymous wrote:

LOL!!What they can do? Diploma Buyers!!



C'm on Bro, let' give a credit to some kids who really works hard on their school of hard knock. yeahh, i'm not argueing with you on Diploma Buyers issues. especially the wealthy and the(Dek-scen) but believe me they won't go far.. these kids just graduated today,they are  really real politboro of the next lao leaders...Anyway, good luck to them all for the bright future...

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard