Members Login
Username 
 
Password 
    Remember Me  
Post Info TOPIC: Laos is ready to hold the tennis open 2010,


Guru

Status: Offline
Posts: 2386
Date:
Laos is ready to hold the tennis open 2010,
Permalink   


ລາວ​ພ້ອມ​ຈັດການ​ແຂ່ງຂັນ ເຕັນ​ນິດ​ ​ໂອ​ເພັນ 2010

ຂປລ:ສະຫະພັນ​ເຕັນ​ນິດ​ແຫ່ງ​ຊາດ​ລາວ ມີ​ຄວາມ​ພ້ອມ​ເຕັມ​ຮ້ອຍ ​ໃນ​ການ​ກຽມ​ເປັນ​ເຈົ້າພາບ ຈັດ ການ ​ແຂ່ງຂັນ​ເຕັນ​ນິດ ​ໂອ​ເພັນ 2010 (Lao Open 2010 thenis.jpgInternational Tennis Federation) ພິທີ​ຖະ ​ແຫລ​ງ ຂ່າວ ກຽມ​ຈັດການ​ແຂ່ງ ຂັນ ເຕັນ​ນິດ​ໂອ​ເພັນ 2010 ລະດັບ​ອາຊີບ ໄດ້​ຈັດຂຶ້ນ ໃນ​ວັນ​ທີ 30 ກັນຍາ ຢູ່ໂຮງ​ແຮ​ມ ດອນ​ຈັນພາ​ເລດ​ໂດຍ​ການ​ເປັນ​ປະທານ ຂອງທ່ານ ຫົງ​ຄຳ ສຸວັນນະ​ວົງ ຮອງ​ປະທານ ​ສະຫະພັນເຕັນ​ນິດ​​ແຫ່ງ​ຊາດທັງ​ເປັນ​ປະທານ​ຈັດການ​ແຂ່ງຂັນເຕັນ​ນິດ​ໂອ​ເພັນ 2010, ທ່ານ ສົມ​ພູ ພົງສາ ຮອງ​ປະທານຄະນະ​ກຳມະການ ກິລາ-ກາ​ຍະ​ ກຳ​ແຫ່ງ​ ຊາດ ພ້ອມ ​ແຂກ ​ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.ທ່ານ ຫົງ​ຄຳ ຖະ​ແຫລ​ງວ່າ:ພວກ ​ເຮົາ​ມີ​ ຄວາມ​ພ້ອມ​ຮອບດ້ານ​ການ​ເປັນ​ເຈົ້າພາບຈັດການ​ແຂ່ງຂັນ​ເຕັນ​ນິດ​ລະດັບ​ອາຊີບເທື່ອ ທຳ​ ອິດ​ໃນ​ ລາວ ເຊິ​່ງຈະ​ຈັດຂຶ້ນໃນ ​ລະ ຫວ່າງ ວັນ​ທີ 30 ຕຸລາ ຫາວັນ​ທີ 7 ພະຈິກ 2010 ນີ້.ທັງນີ້ກໍ​ ເພື່ອ ​​ເປີດ​ໂອກາດ​ໃຫ້​ນັກ​ກິລາ​ລາວ​ໄດ້​ສຳ​ຜັດ​ ກັບ​ການ​ແຂ່ງຂັນ​ ລະ ດັບ​ອາຊີບແລະ ​ເປັນ ​ການ​ເກັບ​ກ່ຽວ​ປະສົບ​ການ​ໃຫ້​ແກ່ນັກ​ກິລາ​ລາວຕະຫລອດ​ ຮອດ ​ເປັນ​ ການ​ປູກ​ຈິດ ​ສຳ​ ນຶກ​ໃຫ້​ແກ່​ເຍົາ ວະ​ຊົນ​ຫັນ​ມາ​ຫລິ້ນ​ເຕັນ​ນິດ​ຫລາຍ​ຂຶ້ນກໍ​ຄື​ ການ​ສ້າງ​​ໃຫ້​ເຕັນ​ນິດ​ລາວກ້າ​ວ​ເປັນ ອາ ຊີບ​ເທື່ອ​ ລະ​ກ້າວ. 
ການ​ແຂ່ງຂັນ​ດັ່ງກ່າວຈະ​ມີ​ນັກ​ກິລາ​ລະດັບ​ອາຊີບ 100 ກວ່າ​ຄົນ​ ຈາກ 30 ກວ່າ​ປະ​ເທດ ​ໃນ​ທົ່ວ​ໂລກ ​ເຊິ່ງສ່ວນ​ຫຼາຍມາ​ຈາກທະວີບ​ເອີຣົບ ​ແລະ ຈະ​ແຂ່ງຂັນ 2 ລາຍການຄືດ່ຽວ​ຊາຍ ແລະ ຄູ່​ຊາຍ,ສ່ວນ​ນັກ​ກິລາ​ລາວ ​​ໄດ້ເລືອກ​ເອົາ​ນັກ​ກິລາ​ລະດັບ​ມື 1-3 ເຂົ້າ​ຮ່ວມ ​ເຖິງ​​ວ່າ​ລາວ​ຈະ​ບໍ່​ກ້າວ​ເປັນ​ລະດັບ​ອາຊີບ ​ເທື່ອ​ກໍ​ ຕາມ, ແຕ່ກໍ​ໄດ​້ຮັບ​ສິດພິ​ເສດ​ໃຫ້​ລົງ​ແຂ່ງຂັນ.




__________________


animated-graphics247.gif





Senior Member

Status: Offline
Posts: 174
Date:
Permalink   

Good chance and news for Lao 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard