Members Login
Username 
 
Password 
    Remember Me  
Post Info TOPIC: ເປີດອົກເປີດໃຈ Miss Apone Lao 2006
Anonymous

Date:
ເປີດອົກເປີດໃຈ Miss Apone Lao 2006
Permalink   



ເປີດໃຈນາງສາວ ອາພອນລາວ 2006
ນ. ແກ້ວຈິນດາ ແກ້ວສຸລິຍາ


  1. ເລົ່າຊີວິດຕອນເດັກນ້ອຍໃຫ້ຟັງແດ່ໜ້ອຍໜຶ່ງ?

- ເມີຍນ້ອຍ ເປັນຄົນທີ່ຈະບໍ່ຄ່ອຍຂີ້ເຫງົາເພາະມີອ້າຍ, ເອື້ອຍ, ນ້ອງ ຫຼາຍຄົນ, ມັກຫຼີ້ນນຳ ເອື້ອຍ ນ້ອງ ຕົນເອງຢູ່ກັບບ້ານ ບໍ່ຄ່ອຍໄດ້ອອກໄປຫຼີ້ນກັບໝູ່ເພື່ອນ ແລະ ເມີຍນ້ອຍ ເປັນລູກສາວ ທີ່ມັກ ຈະຢູ່ເກາະຕິດນຳ ພໍ່ແມ່ ເປັນພິເສດ ເວລາໄປໃສມາໃສກໍ່ຈະໄປນຳ ພໍ່ແມ່ ຢູ່ສະເໝີ, ເມີຍນ້ອຍ ເປັນຄົນນິດໃສສະບາຍສະບາຍເຂົ້າກັບໝູ່ເພື່ອນໄດ້ໝົດທຸກຄົນ, ບໍ່ຄ່ອຍປາກ ມັກອາຍມັກເກັງໃຈ ຈິງໃຈກັບການຮຽນ, ໝູ່ເພື່ອນທຸກໆຢູ່ໃນຫ້ອງຮຽນມັກຈະຢອກເມີຍນ້ອຍຄົນດຽວຫຼາຍເປັນພິເສດ ເພາະເຂົາເຈົ້າຄິດວ່າ ເມີຍນ້ອຍ ນິໃສແປກໆ ແລະ ຕະຫຼົກ, ແຕ່ ເມີຍນ້ອຍ ມັກການສະແດງຫຼາຍ ແລະ ການເຄື່ອນໄຫວກິດຈະກຳຕ່າງໆຢູ່ໂຮງຮຽນ ເປັນຕົ້ນ ການຟ້ອນ, ການແຂ່ງຂັນກິລາ ແລະ ອື່ນໆ... ເມີຍນ້ອຍ ຈະເຂົ້າຮ່ວມທຸກຄັ້ງ ທີ່ມີງານຈັດຂື້ນຢູ່ໃນໂຮງຮຽນ.



  1. ຍິນວ່າຝັນໄດ້ເປັນນາງງາມ?

- ແມ່ນແລ້ວ ເມີຍນ້ອຍ ມີຄວາມຄິດ ແລະ ຝັນຢາກເປັນນາງງາມ ເລີ້ມຕັ້ງແຕ່ຮູ້ຄວາມຈົນມາຮອດ ປະຈຸບັນນີ້, ທຸກຄັ້ງມີການປະກວດນາງງາມແຕ່ລະປະເທດ ເມີຍນ້ອຍ ຈະຕິດຕາມ ແລະ ເບິ່ງ ໃນໂທລະທັດ ເປັນປະຈຳ ບໍ່ວ່າຈະເປັນການເດີນແບບ ຫຼື ການສະແດງຕ່າງໆ ເມີຍນ້ອຍ ຈະມັກ ເບິ່ງຫຼາຍ ແລະ ຊອກຮຽນຮູ້ໄປນຳທຸກໆຄັ້ງ.



  1. ເຄີຍໄປປະກວດ​ເວທີມາແດ່?

- ເມີຍນ້ອຍ ເຄີຍໄປປະກວດໃນເວທີນາງສັງຂານປະຈຳປີ 2002 ຂອງເມືອງປາກເຊ ກໍ່ໄດ້ຮັບ ຕຳແໜ່ງທີ່​ 1  ພ້ອມກັນນັ້ນ ກໍ່ໄດ້ໄປປະກວດ ນາງ ງາມ ອາພອນເພດ ຊົນເຜົ່າຈຳປາ ຫຼື ນາງງາມວັດພູ ຈຳປາສັກ ກໍ່ໄດ້ຮັບຕຳແໜ່ງທີ່ 1 ເຊັ່ນດຽວກັນ. ຈາກນັ້ນ, ກໍ່ໄປປະກວດໃນເວທີ ນາງ ສາວລັກສ 2006  ກໍ່ໄດ້ເຂົ້າຮອບ 20 ຄົນ.



  1. ໝັ້ນໃຈຊຳໃດກັບການປະກວດຄັ້ງນີ້?

- ເມີຍນ້ອຍ ກໍ່ບໍ່ໝັ້ນໃຈ ແລະ ບໍ່ເຊື່ອໃຈຕົນເອງປານໃດ ພຽງແຕ່ 50% ເທົ່ານັ້ນ, ກໍ່ບໍ່ໄດ້ຄິດ ຫຍັງຫຼາຍກັບການປະກວດຄັ້ງນີ້, ຄິດວ່າມາຊອກຫາປະສົບການໃໝ່ໆໃຫ້ແກ່ຕົນເອງ ແລະ ຍັງໄດ້ ຮູ້ຈັກກັບໝູ່ເພື່ອນຢູ່ຕ່າງແຂວງອີກ, ຈະໄດ້ຮັບຕຳແໜ່ງ ຫຼື ບໍ່ໄດ້ຮັບຕຳແໜ່ງກໍ່ພູມໃຈ. ສິ່ງທີ່ສຳຄັນ ເມີຍນ້ອຍ ພຽງແຕ່ເຊື່ອໝັ້ນຕົນເອງວ່າ ຈະພະຍາຍາມ​ເຮັດໃຫ້ດີທີ່ສຸດ.



  1. ຄວາມຮູ້ສຶກນະທີ່ໄດ້ຮັບຕຳແໜ່ງນັ້ນເປັນແນວໃດ?

- ໃນນະທີນັ້ນ ເມີຍນ້ອຍ ຮູ້ສຶກດີໃຈ ແລະ ຕື່ນເຕັ້ນຈົນອວກບໍ່ຖືກ ສີໜ້າໃນຕອນນັ້ນແບບເສີຍໆ ບໍ່ມີຄວາມຮູ້ສຶກຫຍັງເລີຍ ແລະ ອັນທີ່ສຳຄັນ ເມີຍນ້ອຍ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ຈະໄດ້ຮັບ ຕຳແໜ່ງອັນຊົງກຽດ ແລະ ມີຄວາມໝາຍ ຄວາມສຳຄັນ ທີ່ສຸດໃນຊີວິດນີ້, ເພາະ ເມີຍນ້ອຍ ກໍ່ບໍ່ຄາດຄິດມາກ່ອນ ວ່າຈະມາເຖີງຈຸດນີ້ໄດ້ ແລະ ພູມໃຈທີ່ສຸດ ທີ່ໄດ້ມີໂອກາດເປັນຕົວແທນຂອງ ແມ່ຍິງລາວທົ່ວປະເທດ ແລະ ເຜີຍແຜ່ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ອອກສູ່ສາຍຕາຕາມມວນຊົນທັງພາຍໃນ ແລະ ຕ່າງປະເທດ.



  1. ຄິດວ່າໄດ້ຮັບຕຳແໜ່ງນີ້ຍ້ອນຫຍັງ?

- ກໍ່ຍ້ອນຫຼາຍປັດໃຈເປັນຕົນ ຄື : ມີບຸຄະລິກະພາບທີ່ດີ ເປັນໂຕຂອງຕົນເອງ, ມີຄຸນສົມບັດ ກິລິຍາມາລະຍາດສຸພາບຮຽບຮ້ອຍ ໃຫ້ສົມກັບເປັນແມ່ຍິງລາວ, ມີມະນຸດສຳພັນທີ່ດີນຳໝູ່ເພື່ອນ ເຂົ້າໝູ່ເພື່ອນໄດ້ໝົດທຸກຄົນ, ຮູ້ຈັກກາລະເທສັກ ພ້ອມທັງເຄົາລົບໃນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ແລະ ຮູ້ຮັກໃນວັດທະນະທຳ ການນຸ່ງຖືທີ່ເປັນເອກະລັກຂອງຊາດລາວ.



  1. ຫຼັງຈາກໄດ້ຮັບຕຳແໜ່ງຊີວິດປ່ຽນໄປຢ່າງໃດແດ່?

- ຊີວິດຂອງ ເມີຍນ້ອຍ ປ່ຽນແປງຫຼາຍ ເພາະວ່າມັນເຮັດໃຫ້ ເມີຍນ້ອຍ ພົບກັບປະສົບການໃໝ່ໆ  ແລະ ມວນຊົນກໍ່ຮູ້ຈັກ ເມີຍນ້ອຍ ຫຼາຍຂື້ນ ແລະ ເມີຍນ້ອຍເອງ ກໍ່ມີໝູ່ເພື່ອນເພີ່ມຂື້ນຫຼາຍ ສິ່ງທີ່ສຳຄັນແມ່ນ ເມີຍນ້ອຍ ໄດ້ເປັນຕົວແທນຂອງແມ່ຍິງລາວ ເພື່ອເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ, ເປັນຕົ້ນ ແມ່ນເອກະລັກການນຸ່ງຖື ທີ່ບົ່ງບອກວ່າ ອັນໃດແມ່ນລາວແທ້, ກິລິຍາມາລະຍາດຂອງແມ່ຍິງລາວ ແລະ ອື່ນໆ.



  1. ຖືວ່າມື້ນີເຮັດຄວາມຝັນໄດ້ສຳເລັດແລ້ວບໍ່?

- ເມີຍນ້ອຍ ຄິດວ່າສຳລັບມື້ນີ້ໄດ້ສ້າງຄວາມຝັນສຳເລັດແລ້ວ ສຳລັບການປະກວດໃນຄັ້ງນີ້, ແຕ່ມັນກໍ່ເປັນພຽງແຕ່ຈຸດເລີ່ມຕົ້ນ ຂອງຊີວິດເທົ່ານັ້ນ ແລະ ເມີຍນ້ອຍເອງ ກໍ່ພູມໃຈເປັນຢ່າງຍິ່ງ ທີ່ໄດ້ມາຢືນເຖີງຈຸດນີ້ໄດ້ ເຮັດໃຫ້ມີ ກຳລັງໃຈຫຼາຍຂື້ນ ແລະ ພ້ອມທັງຈະອຸທິຕົນໃຫ້ເປັນປະ ໂຫຍດແກ່ຄອບຄົວສັງຄົມ ແລະ ປະເທດຊາດ.


ທີ່ມາ ວະລະສານທາເກັດ



__________________
Anonymous

Date:
RE: ເປີດອົກເປີດໃຈ Miss Apone Lao 2006
Permalink   


ນ່າຮັກ ສຸດໆ



__________________
Anonymous

Date:
Permalink   

ຊົມເຊີຍນຳເດີ ສາວ ສປປ ລາວ

__________________
Anonymous

Date:
Permalink   

ລູກຮັກລານແພງຊອງຊາດ ເດີພໍ່ແມ່ພີ່ນອງ

__________________
Anonymous

Date:
Permalink   

she is the real lao woman. i really appreciate that

__________________
Anonymous

Date:
Permalink   


ງາມສຸດແລ້ວ



__________________
Anonymous

Date:
Permalink   

Á¸Ý‹àÇ


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard