Members Login
Username 
 
Password 
    Remember Me  
Post Info TOPIC: 20-0... ສັນຍານອັນຕະລາຍ ຂອງວົງການເຕະບານລາວ !!!
Anonymous

Date:
20-0... ສັນຍານອັນຕະລາຍ ຂອງວົງການເຕະບານລາວ !!!
Permalink   


ຂະນະທີ່ທ່ານກຳລັງອ່ານບົດລາຍງານພິເສດຢູ່ນີ້ ທ່ານກໍຄົງຮັບຊາບຜົນຂອງການແຂ່ງຂັນລະຫວ່າງທິມຊາດ
ລາວ ແລະ ທິມຊາດຫວຽດນາມກັນໄປເປັນທີ່ຮຽບຮ້ອຍແລ້ວ ວ່າມັນອອກຫົວ ຫລື ກ້ອຍແນວໃດ ຊຶ່ງກໍຍັງເຈາະປະຕູຄູ່ຕໍ່ສູ້ບໍ່ໄດ້
ອີກເຊັ່ນເຄີຍ ຮັບໄປອີກເຕັມໆ 9-0 ແຕ່ກັບຜົນປະລາໄຊແບບບໍ່ເຫັນຝຸ່ນໃຫ້ເກັບທິມຊາດສິງກະໂປ 0-11 ແລະ ຫວຽດນາມ 0-9 ນີ້ຄືຄວາມຈິງ ແລະ ເປັນສິ່ງທີ່ແຟນບານທົ່ວປະເທດ "ຮັບບໍ່ໄດ້...".
         ຄິດວ່າຫລັງຈາກຈົບເກມກັບສິງກະໂປໃນມື້ນັ້ນ ບໍ່ພຽງແຕ່ໂທລະສັບໃນກອງບັນນາທິການພວກເຮົາ ລວມທັງມື
ຖືຂອງຜູ້ຂ້າເອງທີ່ດັງແລ້ວດັງອີກ ແລະ ເຊື່ອວ່າໃນສະຫະພັນເຕະບານແຫ່ງຊາດເອງກໍເຊັ່ນກັນ ຫລາຍສິບຄຳຖາມຫລາຍ
ຮ້ອຍຄຳຂ້ອງໃຈປ້ອນມາໃສ່ບໍ່ຂາດ ແຕ່ສາມາດສະຫລຸບໄດ້ເນື້ອໃນໃຈຄວາມໃຫມ່ດັ່ງນີ້:
               "ມັນເກີດຫຍັງຂຶ້ນກັບທິມຊາດລາວ ?"
               "ນັກເຕະທິມຊາດລາວຫມົດເທົ່ານີ້ແລ້ວບໍ ?"
               ... ແລະ ອີກຫລາກຫລາຍຄຳຖາມປີກຍ່ອຍທີ່ມີທັງດ້ານບວກ ແລະ ດ້ານລົບ ຊຶ່ງເປັນເລື່ອງທຳມະດາຂອງອາ
ລົມ ແລະ ຄວາມຮູ້ສຶກຂອງແຟນບານ ຊຶ່ງເວລາໃດກໍຄາດຫວັງ ແລະ ເຝົ້າຕິດຕາມຜົນງານຂອງທິມຊາດລາວມາໂດຍຕະ
ຫລອດ ແຕ່ຜົນອອກມາແບບນີ້ "ມັນກໍຍອມຮັບບໍ່ໄດ້ !".
               ແນວໃດກໍຕາມກໍເຊື່ອວ່າຄົງຈະບໍ່ມີໃຜຢາກໃຫ້ມັນເກີດຂຶ້ນເຊັ່ນນັ້ນ ! ດັ່ງທີ່ໂຄຊໃຫຍ່ "ສາຍທອງ ສີພະຈັນ" ເພິ່ນ
ໃຫ້ສຳພາດທີ່ສິງກະໂປ.
               ແຕ່ທີ່ຕ້ອງຄິດໄກກວ່ານັ້ນຄື "ມາດຕະຖານ" ຊຶ່ງເປັນເລື່ອງທີ່ຫນ້າຜິດຫວັງທີ່ສຸດ ແລະ ເປັນສັນຍານອັນຕະລາຍ
ສຳລັບວົງການເຕະບານລາວ ເພາະມັນຈະຫັກລ້າງຢ່າງສິ້ນເຊີງກັບບົດລາຍງານທີ່ສະຫະພັນເຕະບານແຫ່ງຊາດລາຍງານ
ໃຫ້ກັບຄະນະກຳມະການກິລາແຫ່ງຊາດ ຫລືໃຫ້ກັບສະຫະພັນເຕະບານນາໆຊາດ (ຟີຟ່າ) ບອກວ່າ "ມີການພັດທະນາຢ່າງ
ຕໍ່ເນື່ອງ ! ມາດຕະຖານນັບມື້ໃກ້ຄຽງກັບສາກົນ !".
               ວົງການເຕະບານລາວເປັນທີ່ຮືຮາທີ່ສຸດ ແລະ ບັນດາປະເທດໃນແຖບອາຊຽນຕ່າງຍົກຍ້ອງ ຫລັງຈາກນັກເຕະ
ເຍົາວະຊົນອາຍຸບໍ່ເກີນ 13 ປີ ຄວ້າແຊັມອາຊຽນ ໃນປີ 2003 ລຸ້ນບໍ່ເກີນ 20 ປີ ໄດ້ອັນດັບ 3 ອາຊຽນ ໃນປີ 2004 ແລະ ໃນປີ
ດຽວກັນ ລຸ້ນບໍ່ເກີນ 17 ປີ ກໍຄວ້າຮອງແຊັມອາຊຽນ.
               ຈາກນັ້ນມາ ຊື່ສຽງຂອງວົງການເຕະບານລາວ ໂດຍສະເພາະລຸ້ນເຍົາວະຊົນ ກາຍເປັນທີ່ເກັງຂາມຂອງທິມຄູ່ຕໍ່
ສູ້ໃນຍ່ານດຽວກັນ ແລະ ນັກເຕະພິກຂີ້ຫນູລາວ ກໍໂຊຜົນງານໄດ້ປະທັບໃຈໃນທຸກລາຍການພູມີພາກທີ່ເຂົ້າຮ່ວມເອີ້ນວ່າ "ຢູ່
ແຖວຫນ້າພູມີພາກອາຊຽນ".
               ດັ່ງນັ້ນ ໃນທິມຊາດຊຸດໃຫຍ່ຊຸດນີ້ ນັກກິລາໂຕຫລັກຫລາຍຄົນກໍລ້ວນແຕ່ມາຈາກນັກເຕະຊຸດທີ່ສ້າງກຽດປະຫວັດ
ສາດດັ່ງທີ່ກ່າວມາຂ້າງເທິງນັ້ນ ເຊັ່ນດຽວກັບນັກກະລາຈາກຊາດອື່ນໆ ບໍ່ວ່າຈະເປັນມາເລເຊຍ ສິງກະໂປ ຫວຽດນາມ ຫລື
ປະເທດໄທ ມີດີກວ່າເຮົາກໍຢູ່ວ່າ ບ້ານເຂົາມີລີກອາຊີບຫມົດແລ້ວເທົ່ານັ້ນ ແລະ ລວມເຖິງເງື່ອນໄຂອຳນວຍຄວາມສະດວກ
ຫລາຍຢ່າງ ກໍເລີຍເຮັດໃຫ້ມາດຕະຖານອອກມາແຕກຕ່າງ ແຕ່ທັງນີ້ທັງນັ້ນກໍບໍ່ແມ່ນວ່າທິມຊາດລາວຈະບໍ່ເຄີຍແຂ່ງກັບທິມ
ທີ່ມີມາດຕະຖານດີກວ່າເຊັ່ນນີ້ ອີຣານ ຊຶ່ງມີນັກເຕະລະດັບໂລກ ບໍ່ວ່າຈະເປັນ ອາລີ ດາອີ ອາຣີຄາດິມິ ແລະ ມາດີ ມາດາ ວິ
ເກຍ ຊຶ່ງມາດຕະຖານຍິ່ງໄກກວ່າສິງກະໂປຈັກເທົ່າຕົວ ແຕ່ພວກເຮົາກໍເສຍໃຫ້ເຂົາພຽງ 0-7 ປະຕູເທົ່ານັ້ນ ລວມເຖິງຈໍແດນ
ແລະ ກາຕາ ກໍບໍ່ໄດ້ຂາດຂັ້ນເຖິງຂະຫນາດເຖິງຂາດຮອຍແບບບໍ່ເຫັນຝຸ່ນເຊັ່ນນີ້.
               ຈາກການປະລາໄຊແບບຮັບບໍ່ໄດ້ 0-11 ຕໍ່ສິງກະໂປໃນຄັ້ງນີ້ ມັນສົ່ງສັນຍານອັນຕະລາຍຫລາຍຢ່າງຕໍ່ວົງການ
ເຕະບານລາວ ເວົ້າສະເພາະ ແລະ ວົງການກິລາລາວ ເວົ້າລວມ.
               ປະການທີຫນຶ່ງ: ກະທົບໂດຍກົງຕໍ່ຄວາມສັດທາຂອງແຟນບານ ກໍຄືຜູ້ທີ່ໃຫ້ການສະຫນັບສະຫນູນຕໍ່ທິມຊາດ ກໍ
ຄືທິມຜູ້ບໍລິຫານ.
               ປະການທີສອງ: ສະທ້ອນໃຫ້ເຫັນເຖິງແບບແຜນວິທີເຮັດວຽກຂອງຄະນະຜູ້ບໍລິຫານ.
               ປະການສຸດທ້າຍ: ຖ້າຍັງປ່ອຍເປັນແບບນີ້ ຊີເກມ 2009 ທີ່ ສປປ ລາວ ຈະເປັນເຈົ້າພາບທິມຊາດລາວຕົກຮອບ
ທຳອິກຢ່າງບໍ່ຕ້ອງສົງໄສອີກຕາມເຄີຍ.
               ຈາກຄວາມປະລາໄຊທີ່ຫນັກຫນ່ວງໃນຄັ້ງນີ້ ຜູ້ຂຽນເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງຄົງຈະບໍ່ນິ້ງນອນໃຈ ແລະເຊື່ອ
ວ່າຄົງຈະມອງເຫັນບາງສິ່ງບາງຢ່າງ ແລະ ບາງຈຸດທີ່ຄວນຈະປັບປຸງປ່ຽນແປງກັນໃນໄວໆນີ້ ຖ້າຫາກຍັງຢາກຮຽກສັດທາ
ແລະ ຄວາມເຊື່ອຫມັ້ນຈາກແຟນບານ ກໍຄືສື່ມວນຊົນທັງປະເທດກັບມາໄດ້.


From vientianemai newspaper



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard