Members Login
Username 
 
Password 
    Remember Me  
Post Info TOPIC: Sailing boat from Southern China to Luang prabang, new project proposed by Laos !!
Anonymous

Date:
Sailing boat from Southern China to Luang prabang, new project proposed by Laos !!
Permalink   


ແຂວງຫລວງພຣະບາງ ຈະຫາລືກັບ ທາງການຈີນ ກ່ຽວກັບ ຄວາມຄືບໜ້າ ຂອງໂຄງການ ພັທະນາ ການແລ່ນເຮືອ ທ່ອງທ່ຽວ ຕາມລໍານໍ້າຂອງ ຈາກຈີນ ຕອນໃຕ້ ມາຍັງ ຫລວງພຣະບາງ



ເຈົ້າໜ້າທີ່ ຣະດັບສູງ ແຂວງຫລວງພຣະບາງ ຈະເດີນທາງໄປຫາລື ກັບທາງການຈີນ ທີ່ນະຄອນ ສິບສອງປັນນາ
ກ່ຽວກັບ ຄວາມຄືບໜ້າ ຂອງໂຄງການພັທະນາ ການແລ່ນເຮືອ ທ່ອງທ່ຽວ ຕາມລໍານໍ້າຂອງ ຈາກຈີນ ຕອນໃຕ້ ມາ
ຍັງເມືອງຫລວງພຣະບາງ, ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ລາວ.

ທ່ານ ຄໍາຜຸຍ ພົມມະວົງ, ຫົວໜ້າ ຫ້ອງການທ່ອງທ່ຽວ ແຂວງຫລວງພຣະບາງ ກ່າວກ່ຽວກັບ ເຣື້ອງນີ້ ວ່າ:

ສຽງ: ““ຫລວງພຣະບາງ ກັບ 12 ປັນນາ ແລະ ຄຸນໝິງ ມີສັນຍາ ດ້ານການທ່ອງທ່ຽວ ຮ່ວມກັນ ຕ້ອງໄດ້ເປີດ
ເສັ້ນທາງທ່ອງທ່ຽວ ທາງແມ່ນໍ້າຂອງ, ແລະ ຂ້າພະເຈົ້າ ຈະເດີນທາງ ໄປສຶກສາ ລະອຽດ ເພື່ອໃຫ້ເປີດເປັນທາງການ
ໃນຕໍ່ໄປ."

ທ່ານ ຄໍາຜຸຍ ກ່າວຕໍ່ໄປວ່າ: ໃນລະຍະ ທ້າຍເດືອນເມສາ ຜ່ານມານີ້ ຜູ້ປະກອບການທ່ອງທ່ຽວ ທາງເຮືອ ຂອງຈີນ
ໄດ້ທົດລອງ ລ່ອງເຮືອ ຂນາດ 50 ບ່ອນນັ່ງ, ຕາມລໍາແມ່ນໍ້າຂອງ ຈາກຊຽງຮຸ່ງ ມາຮອດຫລວງພຣະບາງ ແລະ ໄດ້
ສໍາເຣັດ ເປັນເທື່ອທໍາອິດ. ດັ່ງນັ້ນ, ທາງຝ່າຍລາວ ຈຶ່ງຕ້ອງການຫາລື ກັບທາງການຈີນ ເພີ້ມຕື່ມ ກ່ຽວກັບ ຄວາມ
ພ້ອມ ແລະ ຄວາມຄືບໜ້າ ຕ່າງໆ ຂອງຝ່າຍຈີນ ໃນການເປີດການທອ່ງທ່ຽວ ທາງເຮືອ ຈາກເຂດຈີນ ຕອນໃຕ້
ຜ່ານເມືອງຊຽງແສນ ຂອງໄທ, ມາຍັງແຂວງຫລວງພຣະບາງ ໄດ້ຢ່າງເປັນທາງການ ຕໍ່ໄປ.

ເຖິງຢ່າງໃດ ກໍດີ, ການພັທະນາ ການທ່ອງທ່ຽວ ທາງເຮືອນີ້ ຈໍາເປັນຕ້ອງ ຣະເບີດແກ້ງ ຕາມລໍາແມ່ນໍ້າຂອງ ເພື່ອ
ເຮັດໃຫ້ເຮືອຂນາດໃຫຍ່ ສາມາດ ຜ່ານໄປມາໄດ້, ຊຶ່ງທ່ານ ຄໍາຜຸຍ ກໍໄດ້ອະທິບາຍ ບັນຫານີ້ ວ່າ: LSB0516NW4

ສຽງ: “ເບື້ອງລາວນີ້ ກໍສເນີ ມີບາງຈຸດເທົ່ານັ້ນ ທີ່ຄວນມີການແປງຄອນນໍ້າ. ຣະເບີດ ຫີນ ຈໍານວນນຶ່ງ ເທົ່ານັ້ນ. ອັນ
ນີ້ ເປັນການສເນີ ຂອງຝ່າຍທ່ອງທ່ຽວ ແຕ່ວ່າ ເປັນໄປໄດ້ ຈັ່ງໃດ, ສເນີໃຫ້ອົງການແມ່ນໍ້າຂອງ ຣະຫວ່າງ ຊາດ
ເປັນຜູ້ພິຈາຣະນາ."

ກ່ຽວກັບ ບັນຫາ ການຣະເບີດ ແກ້ງ ນີ້, ນອກຈາກ ຈະສົ່ງຜົນກະທົບ ຕໍ່ຣະບົບນິເວດ ວິທະຍາ ແລະ ຊີວະນາໆພັນ
ໃຕ້ແມ່ນໍ້າຂອງແລ້ວ, ຍັງມີໂອກາດ ເຮັດໃຫ້ສິນຄ້າ ຂອງຈີນ ຮວມໄປເຖິງ ຂອງເຖື່ອນ ໜີພາສີຕ່າງໆ ຫລັ່ງເຂົ້າມາ
ຍັງ ພາກເໜືອ ຂອງລາວ ຫລາຍຂຶ້ນອີກດ້ວຍ, ຖ້າຫາກ ບໍ່ມີ ມາຕການ ຄວບຄຸມ ໄວ້ຢ່າງຄັກແນ່.



ຈະເຣີນສຸກ ຣາຍງານ


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard