Members Login
Username 
 
Password 
    Remember Me  
Post Info TOPIC: More than 100-year old stupa found in Saravan province !!!
Anonymous

Date:
More than 100-year old stupa found in Saravan province !!!
Permalink   




This stupa become a new tourist site in Saravan province, southern Laos.

Need traslator for this article, biggrin please help us translate into english

ທາດກະເດົາທຶກ ຕັ້ງຢູ່ຂົງເຂດບ້ານໂຄກ, ເມືອງຄົງເຊໂດນ, ແຂວງສາລະວັນ ຖືເປັນທາດ ເກົ່າແກ່ຄູ່ບ້ານຄູ່ເມືອງສາລະວັນ ແລະ ມີລັກສະນະສວຍງາມທີ່ບໍ່ຄືທາດໃດໃນສາລະວັນ ກໍຄື ປະເທດລາວເຮົາ ອາດມີຫລາຍຄົນບໍ່ຮູ້ຈັກດີນອກຈາກຄວາມສວຍງາມແລ້ວສະຖານທີ່ຕັ້ງຂອງ ທາດຢູ່ເທິງເນີນພູຢ່າງໂດດເດັ່ນເປັນສະຫງ່າ ຈົນກາຍເປັນແຫລ່ງທ່ອງທ່ຽວສຳຄັນຂອງແຂວງ ສາລະວັນ.

   ທາດກະເດົາທຶກ ເປັນບູຮານສະຖານເກົ່າແກ່ຂອງ ແຂວງສາລະວັນ ມີອາຍຸຫລາຍຮ້ອຍປີ ສ່ວນວ່າສ້າງຂຶ້ນ ເມື່ອໃດນັ້ນຍັງບໍ່ມີໃຜຮູ້ແຕ່ສັນນິຖານວ່າສ້າງຂຶ້ນໃນສະໄຫມຂອມແຜ່ອຳນາດ ການປົກຄອງມາແຜ່ນດິນລາວ ແລະ ພວກເຂົາໄດ້ສ້າງບູຮານ ສະຖານທີ່ສຳຄັນຫລາຍແຫ່ງຢູ່ ທາງພາກໃຕ້ຂອງປະເທດລາວບາງແຫ່ງຍັງຄົງຫລົງເຫລືອໃຫ້ເຫັນຈົນເຖິງທຸກວັນນີ້ ກາຍເປັນ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດມາທ່ຽວຊົມຢູ່ຕະ ຫລອດເວລາ.

   ຫນຶ່ງໃນນັ້ນ ກໍມີທາດກະເດົາທຶກ ທີ່ເກົ່າແກ່ເຊື່ອ ກັນວ່າຕິດພັນກັບການກໍ່ສ້າງ ດິນແດນ ແຄວ້ນສາລະວັນໂດຍມີທາດ ແລະຮ່ອງຮອຍທາງດ້ານວັດທະນະທຳພ້ອມດ້ວຍກຸ່ມວັດຖຸບູຮານ ສະໄຫມຂອມສ້າງຂຶ້ນຕາມ ຄວາມເຊື່ອຂອງສາສະຫນາຮິນດູ ຈິ່ງເຮັດໃຫ້ບໍລິເວນນີ້ ມີວັດຖຸທີ່ ກ່ຽວຂ້ອງກັບສາສະຫນາຮິນດູຫລາຍຢ່າງ ເຊັ່ນ: ມີຫີນເສືອ, ຫີນຕຸ້ມນົກທາ, ຫີນຫມາກແຄ້ງ ແລະ ອື່ນໆ ທີ່ຫາເບິ່ງ ໄດ້ຍາກຈາກບ່ອນອື່ນມີແຕ່ບ່ອນນີ້ ພຽງແຫ່ງດຽວ.

   ເຊິ່ງທາດກະເດົາທຶກ ສ້າງຂຶ້ນຈາກກ້ອນດິນຈີ່ລຽນຕິດຕໍ່ຢອງກັນຂຶ້ນເປັນຊັ້ນໆ ມີຖານເປັນ ຮູບ 4 ຫລ່ຽມ ປາຍແຫລມລວມທັງຫມົດມີ 2 ທາດ ປະກອບດ້ວຍທາດໃຫຍ່ 1 ທາດ ແລະ ອີກທາດ 1 ເປັນທາດນ້ອຍເຊິ່ງແຕ່ລະອັນມີຄວາມກວ້າງ ແລະຄວາມສູງບໍ່ຫລຸດລື່ນກັນຫລາຍ ປານໃດ ແຕ່ມີລັກສະນະຄືກັນສັງເກດເຫັນໄດ້ຄືມີປາຍແຫລມທັງສອງທາດຫ່າງກັນພຽງ 100 ແມັດ.

   ເມື່ອວັດແທກຄວາມກວ້າງທາດໃຫຍ່ປະມານ 12 ແມັດ, ສູງ 10ແມັດ ແລະໃນສ່ວນຂອງ ທາດນ້ອຍກວ້າງປະມານ 4 ແມັດ, ສູງ 6 ແມັດທັງສອງທາດມີຈຸດພິເສດທີ່ໂດດເດັ່ນບໍ່ຄືທາດ ໃດຄືມີລັກສະນະເປັນຮູບ 4ຫລ່ຽມປາຍແຫລມ ເຊິ່ງຕັ້ງຢູ່ເທິງໂນນພູຖືກປົກຄຸມໄປດ້ວຍປ່າໄມ້ ຕຶບຫນາພໍສົມຄວນ ຖ້າສັງເກດໃຫ້ດີໆຈະເຫັນວ່າມີລັກສະນະຄ້າຍຄື ກັບປິຣາມິດແຫ່ງເມືອງກິ ຊາ ປະເທດເອຢິບຫຍໍ້ສ່ວນລົງມາຢູ່ບ່ອນນີ້.

   ເຖິງຈະທຽບບໍ່ໄດ້ກັບປີຣາມິດແຕ່ມີຄວາມຫມາຍ ແລະ ຄວາມສຳຄັນກັບຊາວເມືອງສາລະ ວັນ ແຕ່ເບິ່ງຮູບຊົງຂອງການກໍ່ສ້າງແລ້ວເຫັນວ່າມີ ລັກສະນະຄ້າຍຄືກັນລະດັບຫນຶ່ງ ເຊັ່ນ: ປິ ຣາມິດ ເປັນສິ່ງກໍ່ສ້າງຮູບສ້ວຍແຫລມປາຍ 3 ຫລ່ຽມ ສ່ວນທາດກະເດົາທຶກເປັນສິ່ງກໍ່ສ້າງຮູບ ສ້ວຍ ແຫລມ 4 ຫລ່ຽມປາຍແຫລມ ມີ ຄວາມກວ້າງ ແລະ ຄວາມສູງຫນ້ອຍກວ່າ.

   ຄວາມຫນ້າສົນໃຈ ຂອງເມືອງຄົງເຊໂດນ ບໍ່ມີພຽງແຕ່ທາດກະເດົາທຶກເທົ່ານັ້ນ ຍັງມີສິ່ງທີ່ ຫນ້າສົນໃຈໄດ້ແກ່: ຜາແຕ້ມ (ພູລະມິດ) ເຂດບ້ານຄຳຕື້ ຖືເປັນສະຖານທີ່ທ່ອງທ່ຽວ ດ້ານວັດ ທະນະທຳທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຂະນະນີ້ ເມື່ອມີເວລາລອງຫາໂອກາດອັນດີ ໂດຍເອົາທາດກະເດົາທຶກເປັນຈຸດມຸ່ງຫມາຍປາຍທາງຂອງການເດີນທາງທ່ອງທ່ຽວຂອງທ່ານ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard