Members Login
Username 
 
Password 
    Remember Me  
Post Info TOPIC: New tourist site in Champasak, Laos !
Anonymous

Date:
New tourist site in Champasak, Laos !
Permalink   




Need volunteer to translate this article into English.

ຖ້ຳ 9 ຮູພູຕາກເຂົ້າສະຖານທີ່ນີ້ມີມົນສະເຫນ່

ແຂວງຈຳປາສັກ ມີສະຖານທີ່ທ່ອງທ່ຽວຫນ້າສົນໃຈຫລາຍແຫ່ງແຕ່ຫນ້າເສຍດາຍບາງບ່ອນ ຍັງບໍ່ທັນເປັນທີ່ຮູ້ຈັກກັນຫລາຍ. ໃນນີ້ ມີຖ້ຳ 9 ຮູພູຕາກເຂົ້າທີ່ຍັງຄົງຄວາມອຸດົມສົມບູນ ຂອງ ທຳມະຊາດເອົາໄວ້ໄດ້ດີມີອາກາດເຢັນສະບາຍເຫມາະ ສຳລັບການພັກຜ່ອນແບບເປັນຫມູ່ ຄະ ນະ, ພາຍໃຕ້ຮົ່ມໄມ້ໃຫຍ່ ທີ່ເປັນປ່າອ້ອມຮອບພື້ນທີ່ຖ້ຳ, ການດຳລົງຊີວິດທ່າມກາງອ້ອມກອດ ຂອງທຳມະຊາດ ຖືເປັນກິດຈະກຳທ້າທາຍຢ່າງຍິ່ງ ຂອງນັກທ່ອງທ່ຽວ ທີ່ບໍ່ເຄີຍໄປສຳຜັດມາ ກ່ອນ.

   ຈຸດເດັ່ນຂອງສະຖານທີ່ທ່ອງທ່ຽວທາງທຳມະຊາດ ແຕ່ລະແຫ່ງລ້ວນແຕ່ແຕກຕ່າງກັນໄປມີ ຄວາມສວຍງາມແບບສະເພາະຂອງມັນເອງ ໂດຍຖ້ຳ 9 ຮູພູຕາກເຂົ້າກໍຄືກັນມີລັກສະນະເປັນ ຖ້ຳຕັ້ງຢູ່ເທິງຈ້າຍພູສູງພໍສົມຄວນ, ພາຍໃນຖ້ຳ ນັກທ່ອງທ່ຽວຈະຕື່ນຕາຕື່ນໃຈກັບສິ່ງທີ່ທຳມະ ຊາດສ້າງຂຶ້ນມາຫລາຍພັນປີກ່ອນຄືເປັນຖ້ຳມີຮູປ່ອງໃສ່ກັນເປັນຮູບຊົງຕ່າງໆໃຫຍ່ແດ່ນ້ອຍແດ່ ໂດດເດັ່ນ ແຕກຕ່າງກັນ. ສະພາບພາຍໃນມີຫີນງອກຫີນຍ້ອຍຈາກເບື້ອງປາກນ້ຳ ຂຶ້ນໄປຫາ ທາງຫລັງຖ້ຳ, ຢູ່ທີ່ປາກ ຖ້ຳຈຸດນັ້ນຍ່າງເຂົ້າໄປບໍ່ພໍເທົ່າໃດ ທ່ານສາມາດເຫັນຄວາມສວຍງາມ ຕາມເພດານຖ້ຳ, ຕະຫລອດເວລາຈະມີສາຍລົມເຢັນພັດຜ່ານມາເປັນ ໄລຍະໆຄ່ອຍໃຫ້ຄວາມ ເຢັນສະບາຍແກ່ນັກທ່ອງທ່ຽວ.

   ທ່າມກາງ ການເດີນທາງເປັນຍ່ານໆ ທ່ານຈະເພີດເພີນໃຈ ກັບຮູບພາບທີ່ປະກົດຢູ່ຕໍ່ຫນ້າ ທາງທີ່ດີຄວນຢິບເອົາກ້ອງຂຶ້ນມາຖ່າຍຮູບເກັບເອົາໄວ້. ຄຽງຄູ່ກັນນັ້ນ ສິ່ງທີ່ຄວນປະຕິບັດແມ່ນ ໃຫ້ເບິ່ງດ້ວຍຕາຫ້າມຈັບບາຍຫລືນຳເອົາວັດຖຸຕ່າງໆ ພາຍໃນຖ້ຳຕິດຕົວອອກໄປນັ້ນກໍເພື່ອຮັກ ສາສະພາບເດີມ ຂອງມັນໄວ້ຄືເກົ່າການທ່ຽວຊົມຍ່າງຕໍ່ໄປອີກ. ໃນຖ້ຳຈະມີໂງ່ນຫີນນ້ອຍໃຫຍ່ ຮູບຊົງແປກຕາ ສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວອົດບໍ່ໄດ້ ຈຳຕ້ອງແນມເບິ່ງດ້ວຍຄວາມສົນ ໃຈ.

ເມື່ອເຕັມອີ່ມກັບຄວາມສວຍງາມຂ້າງຖ້ຳເບື້ອງນອກ ຖືເປັນຈຸດຊົມທິວທັດຂົງເຂດນີ້ໄດ້ເປັນ ຢ່າງດີ ຍ້ອນວ່າການທີ່ຖ້ຳ 9ຮູພູຕາກເຂົ້າຕັ້ງຢູ່ເທິງຈ້າຍພູເປັນເດີ່ນພະລານ ເມື່ອຫລຽວລົງມາ ທາງລຸ່ມສາມາດແນມເຫັນຄວາມຂຽວສົດງົດງາມຂອງປ່າໄມ້ ແລະ ໄຮ່ນາ, ຮົ້ວສວນຂອງ ປະ ຊາຊົນ ເຊິ່ງດຳລົງຊີວິດດ້ວຍການປູກຝັງ ແລະ ລ້ຽງສັດ.

   ສິ່ງທີ່ຄວນເອົາໃຈໃສ່ຫ້າມຢືນໃກ້ຫນ້າຜາຫລາຍເກີນໄປ ເພາະຫນ້າຜາເດ່ອອກໄປອາດຈະ ບໍ່ແຂງແຮງເກີດທະຫລົ່ມລົງມາກໍເປັນໄດ້. ດັ່ງນັ້ນ ຄວນລະມັດລະວັງເອົາໄວ້ຈະດີກວ່າ. ຢ່າງ ໃດກໍດີ ເມື່ອນັກທ່ອງທ່ຽວໄດ້ມີໂອກາດຂຶ້ນມາເທິງນີ້ ພໍມີເວລາເຫລືອຢູ່ຄວນ ລໍຖ້າເບິ່ງຄວາມ ງາມຂອງທິວທັດຍາມແລງເມື່ອຕາເວັນພວມຈະລັບຂອບຟ້າແສງ ຕາເວັນຈະສາດສ່ອງໄປທົ່ວ ຜືນປ່າດົງອັນກວ້າງໃຫຍ່ ໄດ້ບັນຍາກາດແສນມີຄວາມສຸກຢ່າງບອກບໍ່ຖືກ.

   ການເດີນທາງມາທ່ອງທ່ຽວເພື່ອ ສຳຜັດກັບຄວາມອຸດົມສົມບູນ ຂອງທຳມະຊາດຢູ່ທີ່ຖ້ຳ 9 ຮູພູຕາກເຂົ້າ ແມ່ນມາທີ່ເຂດບ້ານທົ່ງຂາມ ຫ່າງຈາກເມືອງເລົ່າງາມ 8 ກິໂລແມັດ ແລະ ຫ່າງ ຈາກສູນທ່ອງທ່ຽວຕາດເລາະ 9 ກິໂລແມັດ ເຊິ່ງໃຊ້ເວລາເດີນທາງບໍ່ດົນປານໃດ ກໍຈະມາເຖິງ ຖ້ຳນັ້ນແຕ່ຕ້ອງໄດ້ຍ່າງປີນຂຶ້ນໄປຕາມເສັ້ນທາງແຄບໆຜ່ານປ່າໄມ້ໄຕ່ ລະດັບຂຶ້ນໄປຖືວ່າເປັນ ສິ່ງທ້າທາຍ ແລະ ຜະຈົນພົນໄພບໍ່ຫນ້ອຍ ແຕ່ຄຸ້ມຄ່າເມື່ອມາເຖິງຈຸດຫມາຍບໍ່ຫລາຍ ກໍຫນ້ອຍ ເດີທ່ານ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard